ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ປະເຊີນຄວາມສ່ຽງ ຈາກ ສົງຄາມໃນຢູເຄນ

92

ທະນາຄານໂລກ ເປີດເຜີຍເມື່ອບໍ່ດົນນີ້ວ່າ: ສົງຄາມໃນ ຢູເຄຣນ ເປັນໄພຂົ່ມຂູ່ ຕໍ່ການຟື້ນຟູເສດຖະກິດຂອງບັນດາປະເທດທີ່ກຳລັງພັດທະນາຢູ່ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ນອກຈາກຜົນກະທົບຂອງສົງຄາມດັ່ງກ່າວແລ້ວ ກໍຍັງມີ ຂໍ້ຫຍຸ້ງຍາກທາງດ້ານເສດຖະກິດທີ່ເກີດຈາກ ການລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ, ການຮັດແໜ້ນນະໂຍບາຍດ້ານການເງິນຂອງ ສະຫະລັດອາເມຣິກາ ແລະ ການລະບາດຮອບໃໝ່ຢູ່ ສປ ຈີນ ທີ່ມີນະໂຍບາຍການຄວບຄຸມໂຄວິດໃຫ້ເທົ່າສູນ.

ບົດລາຍງານຄວາມຄືບໜ້າດ້ານເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຂອງທະນາຄານໂລກ: “ການຜ່ານຜ່າລົມພາຍຸ” ລະບຸ ວ່າ: ຜົນກະທົບໃຫຍ່ຫຼວງຈາກ ສົງຄາມໃນຢູເຄນ ແລະ ມາດຕະການລົງໂທດຕໍ່ ຣັດເຊຍນັ້ນ ໄດ້ລົບກວນການສະໜອງສິນຄ້າ, ເພີ່ມຂໍ້ຫຍຸ້ງຍາກໃຫ້ລະບົບການເງິນທີ່ບອບບາງຢູ່ແລ້ວ ແລະ ຖ່ວງດຶງການເຕີບໂຕດ້ານເສຖະກິດໃນໂລກໃຫ້ທົດຖອຍລົງໄປຕື່ມ. ບັນດາປະເທດໃນພາກພື້ນທີ່ ເປັນປະເທດນຳເຂົ້ານ້ຳມັນເຊື້ອໄຟລາຍໃຫຍ່ເຊັ່ນ ມົງໂກລີ ແລະ ໄທ ແລະ ປະເທດນຳເຂົ້າອາຫານລາຍໃຫຍ່ເຊັ່ນ ເກາະປາຊີຟິກ ປະກົດໃຫ້ເຫັນວ່າ ລາຍໄດ້ຕົວຈິງໄດ້ຫລຸດລົງ. ບັນດາປະເທດທີ່ມີໜີ້ສິນຫຼວງຫຼາຍ ເຊັ່ແລະ ປະເທດເອື່ອຍອີງໃສ່ການສົ່ງອອກໃນລະດັບສູງ ເຊັ່ນ ມາເລເຊຍ ແລະ ສສ ຫວຽດນາມ ແມ່ນມີຄວາມບອບບາງຈາກຜົນກະທົບດ້ານການເງິນໂລກ ແລະ ຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດໂລກ.

ຮອງປະທານຂອງທະນາຄານໂລກ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທ່ານ ມານູແອລາ ວີ ແຟໂຣ (Manuela V. Ferro) ໄດ້ກ່າວວ່າ: “ໃນຂະນະທີ່ເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພວມຟື້ນຕົວຈາກ ຜົນກະທົບຂອງການລະບາດພະຍາດໂຄວິດ, ສົງຄາມໃນຢູເຄນ ຊ້ຳພັດມາຖ່ວງດຶງຄືນຈັງຫວະຂອງການເຕີບໂຕທີ່ພວມຟື້ນໂຕ ດັ່ງກ່າວ. ຖານເສດຖະກິດ ແລະ ນະໂຍບາຍທີ່ໜັກແໜ້ນຂອງ ພາກພື້ນນີ້ ຈະຊ່ວຍ ໃຫ້ປະເທດສ່ວນໃຫຍ່ ຜ່ານຜ່າລົມພາຍຸເຫຼົ່ານີ້ໄດ້.”

ໃນຂະນະທີ່ປະເທດທີ່ຜະລິດສິນຄ້າ ແລະ ມີນະໂຍບາຍການເງິນທີ່ຮອບຄອບນັ້ນ ອາດມີຄວາມພ້ອມໃນການຟື້ນຕົວ ຜ່ານຜ່າຜົນກະທົບເຫຼົ່ານີ້, ແຕ່ວ່າ ຜົນກະທົບຈາກເຫດການເຫຼົ່ານີ້ ຈະຫລຸດຜ່ອນການເຕີບໂຕທີ່ຄາດການໄວ້ສຳລັບ ປະເທດສ່ວນໃຫຍ່ໃນພາກພື້ນ. ການເຕີບໂຕດ້ານເສດຖະກິດໂດຍລວມ ແມ່ນຄາດວ່າຈະຊະລໍລົງ ເປັນ 5% ໃນປີ 2022 ຫລຸດລົງ 0,4% ຈາກທີ່ຄາດຄະເນໄວ້ໃນເດືອນຕຸລາ.

ຖ້າສະພາບການໃນໂລກຫາກຕົກຕ່ຳລົງ ແລະ ນະໂຍບາຍຮັບມືຂອງປະເທດຫາກບໍ່ເຂັ້ມແຂງ, ການເຕີບໂຕ ອາດຈະຊ້າລົງເປັນ 4%, ຄາດຄະເນວ່າ ສປ ຈີນ ເຊິ່ງກວມເອົາ 86% ຂອງຜົນຜະລິດໃນພາກພື້ນ, ຈະເຕີບໂຕ 5% ໂດຍພື້ນຖານ ແລະ 4% ໃນກໍລະນີສົມມຸດຖານທີ່ເງື່ອນໄຂບໍ່ເອື້ອອຳນວຍ. ຜົນຜະລິດໃນປະເທດອື່ນໆຂອງພາກພື້ນ ຄາດວ່າຈະຂະຫຍາຍເປັນ 4,8 ໂດຍພື້ນຖານ ແລະ 4,2% ໃນກໍລະນີສົມມຸດຖານທີ່ເງື່ອນໄຂບໍ່ເອື້ອອຳນວຍ. ສຳລັບສປປລາວ ຈະເຕີບໂຕ3,8% ໂດຍພື້ນຖານ. ໃນກໍລະນີສົມມຸດຖານທີ່ເງື່ອນໄຂບໍ່ເອື້ອອຳນວຍນັ້ນ ແມ່ນຈະສົ່ງຜົນໃຫ້ມີອີກ 6 ລ້ານຄົນ ເພີ່ມຕື່ມໃນພາກພື້ນ ທີ່ຈະຍັງຕິດຢູ່ໃນສະພາບທຸກຍາກໃນປີ 2022 ໃນລາຍໄດ້ເສັ້ນຄວາມທຸກຍາກ US$5,50/ວັນ.

ສົງຄາມ, ນະໂຍບາຍດ້ານການເງິນທີ່ຮັດແໜ້ນຂຶ້ນ ແລະ ຈັງຫວະການເຕີບໂຕທີ່ຊ້າລົງຂອງ ສປ ຈີນ ມີແນວໂນ້ມທີ່ຈະທະວີຄູນ ຄວາມຫຍຸ້ງຍາກທີ່ມີຢູ່ແລ້ວຍ້ອນການລະບາດຂອງພະຍາດໂຄວິດ. ຫົວໜ່ວຍທຸລະກິດໃນພາກພື້ນທີ່ຕໍ່ສູ້ກັບຄວາມຫຍຸ້ງຍາກ ເຊິ່ງໃນນັ້ນມີ 50% ທີ່ໄດ້ລາຍງານການຄ້າງຊຳລະໃນປີ 2021 ກໍຈະໄດ້ຮັບຜົນກະທົບດ້ານຕ່ອງໂສ້ການສະໜອງ ແລະ ດ້ານຄວາມຕ້ອງການອີກຮອບໃຫມ່. ບັນດາຄົວເຮືອນ ເຊິ່ງສ່ວນໃຫຍ່ໄດ້ກັບໄປສູ່ສະພາບທຸກຍາກໃນໄລຍະການລະບາດຂອງພະຍາດ ກໍຈະເຫັນລາຍໄດ້ຕົວຈິງນັ້ນ ຫລຸດໜ້ອຍຖອຍລົງຍ້ອນ ລາຄາຕ່າງໆທີ່ເພີ່ມຂຶ້ນຢ່າງວ່ອງໄວ. ລັດຖະບານທີິ່ມີໜີ້ສິນ ເພີ່ມຂຶ້ນ 10%ຂອງ GDP ຕັ້ງແຕ່ປີ 2019 ເປັນຕົ້ນມາ ກໍຈະມີຄວາມຫຍຸ້ງຍາກໃນການສະໜັບສະໜູນເສດຖະກິດຂອງຕົນ. ອັດຕາເງິນເຟີ້ ທີ່ເພີ່ມຂຶ້ນ ຢ່າງຕ່ຳ 1 ສ່ວນຮ້ອຍ ສົມທຽບໃສ່ການຄາດຄະເນກ່ອນໜ້ານີ້ ຍ້ອນຜົນກະທົບຈາກ ລາຄານ້ຳມັນທີ່ເພີ່ມຂຶ້ນຢ່າງດຽວ ກໍຈະ ຫລຸດແນວທາງໃນການຜ່ອນຄາຍນະໂຍບາຍດ້ານເງິນຕາ.

ທ່ານ ອາດິຕາຢາ ມາຕູ ຫົວໜ້ານັກເສດຖະສາດຂອງທະນາຄານໂລກປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ກ່າວວ່າ: “ຜົນກະທົບທີ່ຕໍ່ເນື່ອງແກ່ຍາວໝາຍເຖິງ ຜົນກະທົບດ້ານເສດຖະກິດທີ່ນັບມື້ເພີ່ມຂຶ້ນທີ່ປະຊາຊົນ ຈະຕ້ອງພົບພໍ້ຮັບມື ກັບ ກຳລັງດ້ານການເງິນທີ່ທົດຖອຍໜ້ອຍລົງຂອງລັດຖະບານຂອງປະເທດເຂົາເຈົ້າເອງ. ການປະຕິຮູບດ້ານການເງິນ ແລະ ດ້ານການຄ້າ ຈະສາມາດຫລຸດຜ່ອນຄວາມສ່ຽງ ແລະ ຟື້ນຟູການເຕີບໂຕ ກໍຄື ການຫລຸດຜ່ອນຄວາມທຸກຍາກ.”

ບົດລາຍງານ ແນະນຳ ຂໍ້ປະຕິບັດດ້ານນະໂຍບາຍ 4 ປະເພດ. ແທນທີ່ໆຈະຄວບຄຸມລາຄາ ແລະ ໃຫ້ການຊ່ວຍເຫຼືອແບບບໍ່ມີການເລືອກເຟັ້ນ, ການຊ່ວຍເຫຼືອຄົວເຮືອນ ແລະ ຫົວໜ່ວຍທຸລະກິດແບບມີເປົ້າໝາຍ ຈະຈຳກັດຄວາມເສຍຫາຍ ຈາກຜົນກະທົບຕ່າງໆ ແລະ ສ້າງພື້ນທີ່ ສຳລັບການລົງທຶນທີ່ຍົກສູງການເຕີບໂຕ. ການທົດສອບຄວາມສາມາດຂອງສະຖາບັນການເງິນໃນການຮັບມືກັບຜົນກະທົບທີ່ບໍ່ຄາດຄິດ ຈະຊ່ວຍໃຫ້ເຫັນຄວາມສ່ຽງທີ່ບົ່ມຊ້ອນໃນບັນດາສະຖາບັນດັ່ງກ່າວ ຈາກການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອ ແລະ ການໂຍະຍານມາດຕະຖານອື່ນໆທີ່ຜູ້ວາງນະໂຍບາຍໄດ້ກຳນົດໃຫ້ປະຕິບັດໃນຊ່ວງເວລາທີ່ ພະຍາດໂຄວິດແຜ່ລະບາດ.
ການປະຕິຮູບນະໂຍບາຍດ້ານການຄ້າສິນຄ້າ ແລະ ການບໍລິການທີ່ຍັງມີການຄວບຄຸມ ຈະຊ່ວຍໃຫ້ປະເທດໝູນໃຊ້ໂອກາດເພື່ອໃຫ້ເກີດປະໂຫຍດຈາກ ທິດທາງການປ່ຽນແປງຂອງການຄ້າໃນໂລກ. ການປັບປຸງສີມືທັກສະ ແລະ ຍົກສູງການແຂ່ງຂັນ ຈະຊ່ວຍສ້າງຄວາມອາດສາມາດ ແລະ ນະໂຍບາຍໃຫ້ເຂັ້ມແຂງຂຶ້ນ ໃນການຮອງຮັບນຳໃຊ້ເຕັກໂນໂລຊີດີຈີຕອນໃໝ່ໆ.