ທ່ານຮອງນາຍົກເຄື່ອນໄຫວພົບປະໂອ້ລົມ ອົງການປົກຄອງ ແລະ ປະຊາຊົນ ບ້ານວັງເຕົ່າ

97

ໃນວັນທີ 18 ເມສາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວພົບປະ ໂອ້ລົມ ອົງການປົກຄອງ ແລະປະຊາຊົນ ບ້ານວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍ ຄະນະນຳຂອງແຂວງ ແລະເມືອງໂພນທອງ, ມີ ອຳນາດການປົກຄອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ບ້ານ ພັດທະນາ ວັງເຕົ່າ ໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ຮັບຟັງການ ລາຍງານໂດຍຫຍໍ້ ຕໍ່ ການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງໂພນທອງ ແລະຮັບຟັງ ລາຍງານຂອງຄະນະພັກຮາກຖານບ້ານວັງເຕົ່າໃຫ້ຮູ້ວ່າ: ຜ່ານມາຄະນະພັກ, ອົງການປົກຄອງບ້ານ ໄດ້ນຳພາປັບປຸງການຈັດຕັ້ງໃນສອງກຳລັງຢ່າງໃກ້ຊິດ, ເປັນປະຈຳ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ສອງກຳລັງມີຄວາມເຂັ້ມແຂງ ທາງດ້ານສີລະປະຍຸດ-ຍຸດທະວິທີ ເພື່ອປ້ອງກັນບ້ານ. ແລະເອົາໃຈໃສ່ ປັບປຸງວຽກງານແນວລາວສ້າງຊາດບ້ານ, ແນວໂຮມບ້ານ, ໃນການຊຸກຍູ້ສົ່ງເສີມ, ສຶກສາອົບຮົມໄວໜູ່ມ-ຊາວໜຸ່ມ ປະຕິບັດຮີດຄອງ ປະເພນີ ອັນດີງາມ ຂອງຊາດ.

ຊຸກຍູ້ ປະຊາຊົນ ສ້າງເສດຖະກິດຄອບຄົວ ດ້ວຍການປູກເຂົ້ານາປີເປັນອາຊີບຕົ້ນຕໍ, ແລ້ວ ຫັນມາປູກຝັງ ລ້ຽງສັດ ແລະຫັດຖະກຳຈັກສານ ເປັນສຳຮອງ, ປັດຈຸບັນມີ 246 ຄອບຄົວ ເຮັດຫັດຖະກຳຖັກຟອຍແຂມ, ໃນນັ້ນ ມີ 23 ຄອບຄົວ ຕົວແບບ, ແລະ ຜະລິດຕະພັນດັ່ງກ່າວໄດ້ຮັບຮອງເປັນໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫລື ODOPເປັນທີ່ຮຽບຮ້ອຍແລ້ວ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກໍ່ໄດ້ ຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ຂອງ ຄະນະພັກ-ອົງການປົກຄອງ ທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ແຂວງ ມີບາດກ້າວຂະຫຍາຍຕົວດີຂຶ້ນ, ພ້ອມນັ້ນກໍໄດ້ ນຳເອົາຄວາມຢ້ຽມຢາມຖາມຂ່າວ ຄວາມຮັກແພງຈາກກົມການເມືອງສູນກາງພັກ ແລະ ລັດຖະບານ ມາຍັງ ການນຳຂອງແຂວງ, ເມືອງ, ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນ ບ້ານ ພັດທະນາ ວັງເຕົ່າ.

ພ້ອມໄດ້ນັ້ນໃຫ້ຄະນະພັກ-ອົງການປົກຄອງ ທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ປະຕິບັດນຳພາ ສອງວາລະແຫ່ງຊາດຄື ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຊຸກຍູ້ໃຫ້ ຫຼາຍຄອບຄົວໄດ້ກາຍເປັນຄອບຄົວຕົວແບບຂອງເມືອງ ແລະ ແຂວງ, ພື້ນຖານໂຄງລ່າງໃນທົ່ວແຂວງ ເວົ້າລວມ ແມ່ນໄດ້ຮັບການພັດທະນາ; ການພັດທະນາໃນຂົງເຂດວັດທະນະທຳ-ສັງຄົມ ກໍ່ໄດ້ມີຜົນສໍາເລັດເປັນກ້າວໆ.ແລະ ສໍາລັບການແກ້ໄຂ ບັນຫາຢາເສບຕິດ ແມ່ນຕ້ອງ ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນຳການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ ໄຂບັນຫາຢາເສບຕິດ; ປັບປຸງຂີດຄວາມສາມາດໃນການເຄື່ອນໄຫວເຮັດຫນ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ, ເວົ້າລວມແລ້ວ ແມ່ນຕ້ອງໄດ້ກວດກາ ເຊື່ອມຊຶມ ແລະກຳແໜ້ນ ບັນດານິຕິກຳຕ່າງໆ ແລ້ວນຳພາການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ແລະ ໃນການເຄື່ອນໄຫວພົບປະ ໂອ້ລົມ ຄັ້ງນີ້ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງ ໃຫ້ແກ່ຮາກຖານບ້ານວັງເຕົ່າ ຕື່ມອີກ.

ຂ່າວ: ທັດຊະນະ