ມາຮູ້ຈັກຕຳນານວັນຂີ້ຕົວະ 1 ເມສາ Fool’s Day ກັນດີກວ່າ

987

ມີຕຳນານເຫລົ່າຂານກັນມາວ່າ ໃນສະໄໝກ່ອນ ຝຣັ່ງມີວັນປີໃໝ່ຄ້າຍໆກັບລາວ ແລະ ໄທ ກໍຄືເດືອນ 4 ເມສາ ແຕ່ແລ້ວກໍມີການປ່ຽນແປງມາເປັນວັນທີ 1 ມັງກອນ ແຕ່ບັງເອີນ ຍັງມີຫຼາຍຄົນທີ່ບໍ່ຮູ້ຍັງສົ່ງອວຍພອນຫາກັນໃນວັນທີ 1 ເມສາ, ສະນັ້ນພວກເຂົາຈຶ່ງເອີ້ນຄົນເຫຼົ່ານີ້.

“ເມສາໜ້າໂງ່” ແລະຫຼັງຈາກນັ້ນກໍມີການກວນກັນ, ຢອກກັນ ບໍ່ບອກຄວາມຈິງເພື່ອຄວາມມ່ວນຊື່ນ.
ຈົນກ່ວາມັນໄດ້ກາຍເປັນງານບຸນທີ່ເປັນທີ່ຮູ້ຈັກແລະຫລີ້ນໃນຫລາຍໆປະເທດທົ່ວໂລກ ບໍ່ວ່າຢູ່ໃນສະຫະລັດອາເມລິກາ, ອັງກິດ, ຝຣັ່ງ, ສະກັອດແລນ, ອິຕາລີ, ສະເປນ, ປອກຕຸຍການ, ສວີເດນ, ເຢຍລະມັນ, ນໍເວ, ຍີ່ປຸ່ນແລະອື່ນໆ, ແຕ່ບາງປະເທດມື້ຂີ້ກໍບໍ່ກົງກັບວັນທີ 1 ເມສາ.

ເຖິງຢ່າງໃດກໍ່ຕາມ, ມັນມີທິດສະດີຫຼາຍຢ່າງກ່ຽວກັບປະຫວັດສາດຂອງວັນຂີ້ຕົວະ 1 ເມສາ Fool’s Day ທີ່ບາງຄົນລະບຸວ່າ ເລີ່ມຕົ້ນຈາກພວກໂບລານ ມີງານບຸນທີ່ມີຊື່ວ່າ “Cerealia” ທີ່ຈັດຂື້ນໃນຕົ້ນເດືອນເມສາ.
ເລື່ອງມີຢູ່ວ່າ, ເທບພະເຈົ້າຊື່ Ceres ໄດ້ຍິນສຽງສະທ້ອນຂອງລູກສາວ Proserpina ຮ້ອງວ່ານາງຖືກຈັບຕົວຢູ່ໃຕ້ພື້ນດິນ, Ceres ຈຶ່ງໄດ້ຕິດຕາມລູກສາວຂອງນາງໄປ. ແລະພົບເຫັນຄວາມຈິງທີ່ວ່າ ສຽງທີ່ນາງໄດ້ຍິນນັ້ນບໍ່ແມ່ນ ແລະ ເບິ່ງຄືວ່າຕົນເອງຖືກຕົວະ

ນອກຈາກນີ້, ຍັງມີທິດສະດີທີ່ເຊື່ອວ່າ ວັນຂີ້ຕົວະ Fool’s Day ເກີດຈາກຊ່ວງລະດູໃບໄມ້ປົ່ງທີ່ເລົ່າສືບຕໍ່ກັນມາວ່າ ໃນລະດູໃບໄມ້ປົ່ງ ໜຸ່ມສາວຈະອອກຕາມຫາຄວາມຮັກ ແລະ ແມ່ນໄລຍະທີ່ພືດຈະເລີນເຕີບໂຕ ໃນຂະນະທີ່ສັດກໍກຳລັງຫາຄູ່ຄືກັນ, ກຸ່ມນັກບວດຈຶ່ງພະຍາຍາມຫຼອກລວງວິນຍານຂອງຄວາມຊົ່ວຮ້າຍຢ່າງສຸດຄວາມສາມາດ ເພື່ອບໍ່ໃຫ້ຂັດຂວາງຄວາມຮັກຂອງທັງໜຸ່ມສາວ ພືດ ແລະ ສັດ ດັ່ງນັ້ນຈຶ່ງເປັນເດືອນທີ່ນັກບວດຕ້ອງສວດມົນເພື່ອຕົວະວິນຍານຮ້າຍເລົ່ານັ້ນ ນັ້ນເອງ.

ດັ່ງນັ້ນກໍເປັນປະຫວັດສືບຕໍ່ກັນມາແລະຮູ້ວ່າ ວັນທີ 1 ເມສາ ຂອງທກໆປີ ເປັນວັນຂີ້ຕວະ ບໍ່ມີໃຜຢາກຖືກຕວົດອກເດີ້ ຫາກຕົວະເພື່ອຄວາມມ່ວນຊື່ນເລື່ອງເລັກນ້ອຍກໍແລ້ວໄປ ແຕ່ຢ່າເຖິງຂັ້ນຕວະຈົນກາຍເປັນເລື່ອງໃຫຍ່ເສຍໃຈ ເສຍຫາຍ ເສຍເວລາ ເສຍຊັບສິນແບບນີ້ບໍ່ແນະນຳເດີ້
ຂໍ້ມູນຈາກ: Wikipedia