ຫມາກແຄ່ນ ຊ່ວຍປິ່ນປົວໂລກກະເພາະ ແລະລຳໄສ້

373

ໝາກແຄ່ນ ໝາກໄມ້ປະເພດຜັກ, ເຄື່ອງເທດ ທີ່ໃຊ້ປຸງແຕ່ງອາຫານ ໂດຍສະເພາະທາງພາກເໝືອ ຖືໄດ້ວ່າເປັນອີກໝາກໜຶ່ງທີ່ເປັນສະໝຖນໄພທີ່ດີຕໍ່ຮ່າງກາຍ
ຕົ້ນໝາກແຄ່ນ ເປັນພືດຫຼົ່ນໃບ, ຄວາມສູງປະມານ 18 ມ, ໜ້າຕ້າງພຽງເອິກ 20 ຊມ, ມີເຮືອນຍອດແຜ່ກວ້າງ. ເປືອກຂອງຕົ້ນນ້ອຍມີສີຂຽວ ແລະ ເປັນໜາມອ່ອນ, ເມື່ອອາຍຸແກ່ຂຶ້ນ ເປືອກຈະປ່ຽນເປັນສີມົ່ນ ສ່ວນໜາມ ກໍ່ຈະກາຍເປັນໜາມແຂງ, ຍາວ 2-3 ຊມ. ກິ່ງງ່າຂອງຕົ້ນໝາກແຄ່ນກໍມີໜາມຄືກັນ.


ທຸກພາກສ່ວນຂອງຕົ້ນໝາກແຄ່ນຈະມີກິ່ນຫອມຄ້າຍຄືໝາກນາວ. ໃບປະສົມຂອງມັນມີຂະໜາດຄວາມຍາວ 30-40 ຊມ, ມີໃບຍ່ອຍເປັນຮູບໄຂ່, ເກີດເປັນຄູ່ ຈຳນວນ 5-23 ຄູ່. ໃບຍ່ອຍເຫຼົ່ານີ້ ມີຂະໜາດຄວາມຍາວ 5-22 ຊມ ແລະ ກວ້າງ 2- 7 ຊມ, ພອ້ມທັງມີມົນຄາຍສັ້ນໆຢູ່ດາ້ນຫຼັງ/ລຸ່ມຂອງໃບ. ຊໍ່ດອກປະກອບດວ້ຍດອກທີ່ເກີດເປັນຈຸ້ມມີຂົນຄາຍອ່ອນໆ, ຂະໜາດຂອງຊໍ່ດອກມີຄວາມຍາວ 13-16 ຊມ. ສ່ວນດອກມີຄວາມຍາວ 2-3 ມມ ມີສີຂຽວປົນເຫຼືອງ ຫຼື ສີຂາວ.


ຄຸນປະໂຫຍດສ່ວນໃຫຍ່ຂອງຕົ້ນໝາກແຄ່ນ ກໍ່ແມ່ນຢູ່ທີ່ໝາກຂອງມັນ ຊຶ່ງຖືກນຳໃຊ້ເປັນເຄື່ອງເທດ. ໝົດທັງພົ້ວຂອງໝາກແຄ່ນ ສາມາດນຳມາຕຳແຈ່ວກິນໄດ້ ແລະ ກໍ່ຍັງມີຄຸນຄ່າສູງກວ່າການໃຊ້ແຕ່ພຽງໝາກລວ້ນໆ.
ນ້ຳມັນທີ່ໄດ້ຈາກແກ່ນກໍ່ເປັນຢາທາປິ່ນປົວໄຟໄໝ້. ໃບຂອງມັນບາງເທື່ອ ກໍ່ນໍາໃຊ້ທົດແທນເຄືອຮ໊ອບ (hops) ໃນການປຸງລົດຊາດຂອງເບຍ ແລະ ໃບອອ່ນກນໍຳມາກິນເປັນຜັກກັບລາບ ຊຶ່ງເປັນອາຫານຈານແຊບຂອງຄົນລາວ.

ສ່ວນເປືອກ, ຮາກຂອງເປືອກ ແລະ ໝາກແມ່ນບັນຈຸມີສານຢັບຢັ້ງແບກເທເຣຍ (bacteria) ທີ່ເປັນປະໂຫຍດ ສຳລັບຮັກສາໂລກກະເພາະ ແລະ ພະຍາດລຳໄສ້.
ຂອບໃຈຂໍ້ມູນຈາກ: ພາເຂົ້າລາວ