ຝຣັ່ງຕັ້ງງົບ 2 ຕື້ເອີໂຣ ຫຼຸດລາຄານ້ຳມັນ ແບ່ງເບົາພາລະຂອງປະຊາຊົນ

37

ສຳນັກຂ່າວຣອຍເຕີລາຍງານວ່າ ລັດຖະບານຝຣັ່ງ ໄດ້ປະກາດທຸ່ມງົບປະມານ 2 ຕື້ເອີໂຣ ເພື່ອຫຼຸດລາຄານ້ຳມັນລົງປະມານ 0,5 ເອີໂຣ/ລິດ ເພື່ອຊ່ວຍເຫຼືອປະຊາຊົນໃນຍຸກລາຄານ້ຳມັນແພງ ໂດຍລັດຖະບານຈະຈ່າຍຄ່າສ່ວນຕ່າງໃຫ້ແກ່ເຈົ້າຂອງປ້ຳນ້ຳມັນ.

ທັງນີ້, ລາຄານ້ຳມັນໃນຝຣັ່ງເພີ່ມຂຶ້ນເຖິງ 2 ເອີໂຣຕໍ່ລິດ ສົ່ງຜົນໃຫ້ລັດຖະບານຖືກກົດດັນຈາກປະຊາຊົນ ເພື່ອໃຫ້ຊ່ວຍເຫຼືອຜົນກະທົບທີ່ເກີດຂຶ້ນ, ດັ່ງນັ້ນລັດຖະບານຝຣັ່ງ ຈຶ່ງໄດ້ຈັດສັນງົບປະມານ ເພື່ອຊ່ວຍເຫຼືອພາກຄົວເຮືອນ ໂດຍໄດ້ຫຼຸດລາຄານ້ຳມັນຂາຍໜ້າປ້ຳລົງ 0,5 ເອີໂຣຕໍ່ລິດ ເປັນເວລາ 4 ເດືອນ ໂດຍມີຜົນຕັ້ງແຕ່ວັນທີ 1 ເມສາເປັນຕົ້ນໄປ ເຊິ່ງຄາດວ່າມາດຕະການດັ່ງກ່າວຈະໃຊ້ງົບປະມານ 2 ຕື້ເອີໂຣ.

ນອກຈາກນີ້, ລັດຖະບານຝຣັ່ງ ຍັງຮຽກຮ້ອງໃຫ້ບໍລິສັດຜູ້ຈຳໜ່າຍນ້ຳມັນຫຼຸດລາຄານ້ຳມັນຂາຍຍ່ອຍ ( ຂາຍໜ້າປ້ຳ ) ເພື່ອແບ່ງເບົາພາລະຂອງຜູ້ບໍລິໂພກ.