ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ 165 ຄົນ, ນໍາເຂົ້າ 27 ຄົນ, ເສຍຊີວິດໃໝ່ 3 ກໍລະນີ

46

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 7 ມີນາ ປີ 2022 ວ່າ ມາຮອດວັນທີ 06 ມີນາ 2022 ໄດ້ກວດວິເຄາະທັງໝົດ 1.521 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 165 ຄົນ (ຕິດເຊື້ອພາຍໃນ 138 ຄົນ ແລະ ນໍາເຂົ້າ 27 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 138 ຄົນ ຈາກ 13 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 60 ຄົນ, ສະຫວັນນະເຂດ 22 ຄົນ, ສາລະວັນ 10 ຄົນ, ຫົວພັນ 10 ຄົນ, ຊຽງຂວາງ 7 ຄົນ, ຫຼວງພະບາງ 6 ຄົນ,ອັດຕະປື 5 ຄົນ


ບໍ່ແກ້ວ 5 ຄົນ, ໄຊຍະບູລີ 5 ຄົນ, ວຽງຈັນ 3 ຄົນ, ໄຊສົມບູນ 2 ຄົນ, ຈຳປາສັກ 1 ຄົນ, ຫຼວງນ້ຳທາ 1 ຄົນ, ຄຳມ່ວນ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 27 ຄົນ ຈາກ ນະຄອນຫຼວງ 6 ຄົນ, ສະຫວັນນະເຂດ 7 ຄົນ, ຈຳປາສັກ 7 ຄົນ ແລະ ຊຽງຂວາງ 7 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 144.320 ຄົນ, ອອກໂຮງໝໍວານນີ້ 99 ຄົນ, ກຳລັງປິ່ນປົວ 1.731 ຄົນ ແລະ ເສຍຊີວິດທັງໝົດ 632 ຄົນ (ເສຍຊິວິດໃໝ່ 3 ຄົນ).
ສຳລັບ ຜູ້ເສຍຊີວິດໃໝ່ ເບື້ອງຕົ້ນ 3 ຄົນ ແມ່ນມາຈາກ ສາລະວັນ 1 ຄົນ, ນະຄອນຫຼວງ 1 ຄົນ ແລະ ບໍລິຄຳໄຊ 1ຄົນ.