ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ 224 ຄົນ, ນະຄອນຫຼວງວຽງຈັນ 86 ຄົນ

48

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງ ປະຈໍາວັນທີ 4 ມີນາ ປີ 2022 ວ່າ


ວັນທີ 03 ມີນາ 2022 ໄດ້ກວດວິເຄາະທັງໝົດ 2,085 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 224 ຄົນ (ຕິດເຊື້ອພາຍໃນ 193 ຄົນ ແລະ ນໍາເຂົ້າ 31 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 193 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້


ນະຄອນຫຼວງ 86 ຄົນ, ຊຽງຂວາງ 17 ຄົນ, ສະຫັວນນະເຂດ14 ຄົນ, ຫົວພັນ 12 ຄົນ, ວຽງຈັນ 9 ຄົນ, ສາລະວັນ 9 ຄົນ, ຈໍາປາສັກ 8 ຄົນ
ໄຊຍະບູລີ 8 ຄົນ, ຫຼວງພະບາງ 6 ຄົນ, ເຊກອງ 4 ຄົນ, ອັດຕະປື 4 ຄົນ, ຄໍາມ່ວນ 3 ຄົນ, ອຸດົມໄຊ 3 ຄົນ, ໄຊສົມບູນ 3 ຄົນ, ຫຼວງນໍ້າທາ 2 ຄົນ, ຜົ້ງສາລີ 2 ຄົນ,ບໍລິຄໍາໄຊ 2 ຄົນ ແລະ ບໍ່ແກ້ວ 1 ຄົນ


ສໍາລັບການຕິດເຊື້ອນໍາເຂົ້າ ມີ 31 ຄົນ ຈາກ ສະຫັວນນະເຂດ 13 ຄົນ, ຈໍາປາສັກ 8 ຄົນ, ນະຄອນຫຼວງ 03 ຄົນ, ຊຽງຂວາງ 02 ຄົນ, ບໍລິຄໍາໄຊ 02 ຄົນ, ບໍ່ແກ້ວ 01 ຄົນ, ຄໍາມ່ວນ 01 ຄົນ ແລະ ຫົວພັນ 01 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

.

ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 143.710 ຄົນ, ອອກໂຮງໝໍວານນີ້ 55 ຄົນ, ກຳລັງປິ່ນປົວ 1.826 ຄົນ ແລະ ເສຍຊີວິດທັງໝົດ 628 ຄົນ (ເສຍຊິວິດໃໝ່ 02 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ຈາກ ບໍລິຄໍາໄຊ 01 ຄົນ ແລະ ຫຼວງພະບາງ 01 ຄົນ

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ.