ພົບຜູ້ຕິດເຊື້ອໂຄວິດໃໝ່ໃນນະຄອນຫຼວງວຽງຈັນມື້ນີ້ 101 ຄົນ

112

ຄະນະສະເພາະກິດ, ກະຊວງສາທາລະນະສຸກລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 2 ມີນາ ປີ 2022 ວ່າມາຮອດ ວັນທີ 01 ມີນາ 2022 ໄດ້ກວດວິເຄາະທັງໝົດ 2.464 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 273 ຄົນ (ຕິດເຊື້ອພາຍໃນ 256 ຄົນ ແລະ ນໍາເຂົ້າ 17 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 256 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 101 ຄົນ, ຜົ້ງສາລີ 24 ຄົນ, ຄໍາມ່ວນ 20 ຄົນ, ຫົວພັນ 18 ຄົນ, ສະຫັວນນະເຂດ 16 ຄົນ, ຊຽງຂວາງ 14 ຄົນ,ຫຼວງພະບາງ 11 ຄົນ, ບໍລິຄໍາໄຊ 11 ຄົນ, ໄຊຍະບູລີ 9 ຄົນ, ອັດຕະປື 9 ຄົນ, ວຽງຈັນ 5 ຄົນ


ເຊກອງ 5 ຄົນ, ອຸດົມໄຊ 4 ຄົນ, ຈໍາປາສັກ 3 ຄົນ, ສາລະວັນ 3 ຄົນ, ບໍ່ແກ້ວ 1ຄົນ, ຫຼວງນໍ້າທາ 1 ຄົນ, ໄຊສົມບູນ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 17 ຄົນ ຈາກ ສະຫັວນນະເຂດ 6 ຄົນ, ຈຳປາສັກ 6 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ ແລະ ຫົວພັນ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 143.240 ຄົນ, ອອກໂຮງໝໍວານນີ້ 169 ຄົນ, ກຳລັງປິ່ນປົວ 1.631 ຄົນ ແລະ ເສຍຊີວິດທັງໝົດ 623 ຄົນ (ເສຍຊິວິດໃໝ່ ບໍ່ມີ).