ນັກຮຽນເຫຼົ່າເສນາລະບົບ 6 ເດືອນ ຊຸດທີ7 ມອບເຄື່ອງກິລາໃຫ້ແກ່ຄະນະວິຊາ ຄູຍຸດທະວິທີ ວິທະຍາຄານ ກົມມະດຳ.

48

ວັນທີ 19 ກຸມພາ 2022ຜ່ານມາ, ນັກຮຽນເຫຼົ່າເສນາລະບົບ 6ເດືອນ ຊຸດທີ 7ນຳພາກ່າວມອບເຄື່ອງໂດຍສະຫາຍ ພັນຕີ ສຸກກັນຍາ ດວງປັນຍາ ຕ່າງໜ້າຫົວໜ້າເຫຼົ່ານັກຮຽນພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງນຸ່ງກີລາຈຳນວນ 34 ຊຸດ ແລະ ຈັກໄອຄອມສື່ສານ(ໂພນີ)ຈຳນວນ 10 ເຄື່ອງລວມມູນຄ່າ 3 ລ້ານກີບມາມອບໃຫ້ແກ່ຄະນະວິຊາຄູ ຍຸດທະວິທີ ຫ້ອງອົບຮົມ ກໍ່ສ້າງ ວິທະຍາຄານ.

ກ່າວຮັບເຄື່ອງໂດຍສະຫາຍ ພັນໂທ ຕູ້ຍ ຈັນທະລາ ຫົວໜ້າຄະນະວິຊາຄູ ຍຸດທະວີທີ ວິທະຍາຄານ ກົມມະດຳໂດຍຊ່ອງໜ້າພະນັກງານຄູ ອາຈານ ແລະ ນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດຽວກັນນີ້, ຫົວໜ້າຄະນະວິຊາຄູ ຍຸດທະວີ ໄດ້ຕ່າງໜ້າໃຫ້ຄະນະພັກ ຄະນະບັນຊາກົມກອງດັ່ງກ່າວ ສະແດງຄວາມຂອບໃຈແລະ ຕີລາຄາສູງມາຍັງນັກຮຽນເສນາບຳລຸງຊຸດທີ7ທີ່ໄດ້ປະກອບສ່ວນມອບວັດຖຸໃຫ້ຄະນະວິຊາພວກເຮົາ ເພື່ອນຳໃຊ້ເຄື່ອນໄຫວເຂົ້າໃນການຫັດແອບຮໍ່າຮຽນແລະກິດຈະກຳຂະບວນການກິລາຂອງກົມກອງຢ່າງເປັນຂະບວນການຟົດຟື້ນ.ຈາກນັ້ນຄະນະທັງສອງຝ່າຍຍັງໄດ້ພ້ອມກັນສ້າງຂະບວນການແຂ່ງຂັນກີລາມິດຕະພາບລະຫວ່າງຄູອາຈານກັບນັນຮຽນຕື່ມອີກ.

ຂ່າວ: ວັນນະເລດ ລໍວັນໄຊ,ພາບ:ວິໄລພອນ.