ບໍລິສັດ ພັດທະນາ ແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຮັບລາງວັນທຸລະກິດອາຊຽນດີເດັ່ນ “ດ້ານການຈ້າງງານ” ແຫ່ງປີ 2021

221

“ຕາດເຍືອງ” ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ລືຊາ ດ້ານຄວາມງົດງາມ ອ້ອມຮອບດ້ວຍວິວທິວທັດທີ່ອັດສະຈັນໃຈ ເປັນທີ່ນິຍົມຍິນດີຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເມື່ອໄດ້ໄປສໍາຜັດ ເຊິ່ງບໍ່ດົນຜ່ານມາ ສະຖານທີ່ແຫ່ງນີ້ໄດ້ຖືກປະກາດເປັນແຫຼ່ງທ່ອງທ່ຽວທີ່ໜ້າທ່ຽວທີ່ສຸດຂອງອາຊຽນ ໂດຍໄດ້ຖືກປະກາດໃນກອງປະຊຸມທີ່ ປະເທດກຳປູເຈຍ ລະຫວ່າງວັນທີ 16-20 ມັງກອນ 2022 ເຊິ່ງວ່າຕາດເຍືອງ ໄດ້ຮັບລາງວັນຊະ   ນະເລີດ ການທ່ອງທ່ຽວແບບ    ຍືນຍົງອາຊຽນ ປະຈຳປີ 2022(ASEAN Sustainable tourism Awards 2022 ) ເປັນເລື່ອງທີ່ໜ້າພາກພູມໃຈທີ່ສຸດ ສໍາລັບສະຖານທີ່ທ່ອງທ່ຽວທາງທໍາມະຊາດຂອງລາວເຮົາ ທີ່ໄດ້ຖືກປະກາດໃຫ້ເປັນທີ່ຮູ້ຈັກ ແລະ ເອກອ້າງໄປໃນອາຊຽນ ກໍຄືໃນທົ່ວໂລກ.

อาจเป็นรูปภาพของ 1 คน และ กำลังยืน

ອີກໜຶ່ງລາງວັນທີ່ພາກພູມ ນັ້ນກໍຄື ລາງວັນອາຊຽນດີເດັ່ນ ແຫ່ງ ສປປ ລາວ ທີ່ບໍລິສັດ ພັດທະນາ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ຖືກຮັບເລືອກ ປະເພດທຸລະກິດ SME ດີເດັ່ນ-ລາງວັນ “ດ້ານການຈ້າງງານດີເດັ່ນ” ແຫ່ງປີ 2021 ໂດຍມີພິທີມອບ-ຮັບ ຈັດຂຶ້ນເມື່ອວັນທີ 4 ກຸມພາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດມອບລາງວັນໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ຄວາມໂດດເດັ່ນຂອງ “ຕາດເຍືອງ” ທີ່ນອກຈາກຄວາມສວຍງາມ ແລະ ຄວາມອຸດົມສົມບູນທາງທໍາມະຊາດແລ້ວ ນັກທ່ອງທ່ຽວຍັງໄດ້ສໍາຜັດກັບວິຖີການດໍາລົງຊີວິດຂອງປະຊາຊົນ ທີ່ເປັນຊົນເຜົ່າດັ່ງເດີມອາໄສຢູ່ມາດົນນານທີ່ຍັງຄົງຮັກສາຄວາມເປັນເອກະລັກໄວ້ໄດ້ເທົ່າທຸກວັນນີ້.

ຕາດເຍືອງ ເປັນຕາດທີ່ມີ ຄວາມສູງປະມານ 50 ແມັດ, ມີຕົ້ນກຳເນີດຈາກສາຍນ້ຳຫ້ວຍບັງລຽງ, ຕັ້ງຢູ່ບ້ານຫຼັກ 40, ເມືອງປາກຊ່ອງ, ແຂວງ ຈຳປາສັກ ເສັ້ນທາງເຂົ້າເຖິງສະດວກສະບາຍ ທຸກຄົນແມ່ນສາມາດສຳຜັດນໍ້າຕົກໄດ້ແບບໃກ້ຊິດ ແລະ ອາກາດສົດຊື່ນ, ຊຸ່ມເຢັນຢູ່ຕະຫຼອດປີ.

อาจเป็นรูปภาพของ น้ำตก และ ธรรมชาติ

ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍການໃຫຍ່ ບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ໄດ້ໃຫ້ຮູ້ວ່າ: ໃນເມື່ອກ່ອນມີປະຊາຊົນ 19 ຄອບຄົວ ເປັນຜູ້ລິເລີ່ມບຸກເບີກ ເອົາດິນສວນຂອງຕົນ ມາບິແບ່ງຕັດຜ່າເຮັດເສັ້ນທາງເຂົ້າ-ສອງເສັ້ນ ໃຫ້ເຂົ້າເຖິງແຫຼ່ງທ່ອງທ່ຽວໄດ້ ແລະ ສ້າງສະຖານທີ່ຈອດລົດ ໃນບໍລິເວນນໍ້າຕົກ.

ຜ່ານການເປີດບໍລິການ ໄດ້ມາຮອດໄລຍະໜຶ່ງ ກໍເຫັນວ່າມີ ຄວາມຫຍຸ້ງຍາກດ້ານທຶນຮອນ ໃນການລົງທຶນພັດທະນາພື້ນຖານໂຄງລ່າງ ລວມທັງການບໍລິຫານຈັດການ ແລະ ສິ່ງອໍານວຍ ຄວາມສະດວກເພື່ອ ຮອງຮັບນັກທ່ອງທ່ຽວ ຍ້ອນເຫດຜົນດັ່ງກ່າວ ທາງບໍລິສັດທີ່ລົງທຶນເບື້ອງຕົ້ນ ແລະ ປະຊາຊົນ ທີ່ມີຮຸ້ນສ່ວນ ຈຶ່ງໄດ້ລະດົມໃຫ້ຂ້າພະເຈົ້າເຂົ້າມາພັດທະນາເຂດແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໂດຍມອບໃຫ້ຂ້າພະເຈົ້າບໍລິຫານ ແລະ ໄດ້ໃຫ້ຊົດເຊີຍການລົງທຶນທັງໝົດ ລວມເຖິງສິ່ງປຸກສ້າງທີ່ເປັນຂອງຊຸມຊົນທີ່ໄດ້ລິເລີ່ມແຕ່ເບື້ອງຕົ້ນ.

ປີ 2012 ຂ້າພະເຈົ້າກໍໄດ້ເຂົ້າມາ ສືບຕໍ່ພັດທະນາ ຈົນມາຮອດປັດຈຸບັນ ເຊິ່ງໄດ້ສຸມໃສ່ໃນການລົງທຶນ ປັບປຸງພື້ນຖານໂຄງລ່າງ ເສັ້ນທາງ ໄຟຟ້າ ແລະ ສິ່ງອໍານວຍຄວາມສະດວກ ພ້ອມດຽວກັນນັ້ນ ກໍຍັງໄດ້ເຕົ້າໂຮມ ເອົາພໍ່ແມ່ປະຊົນ ບ້ານຫຼັກສີ່ສິບ ສ້າງຕັ້ງກຸ່ມປູກພືດຜັກປອດສານພິດ ເພື່ອສະໜອງໃຫ້ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ສົ່ງເສີມທັກສະ ສ້າງວຽກເຮັດງານທໍາ ສ້າງເປັນຕະຫຼາດກັບທີ່ ໃຫ້ກັບຂົງຂົງເຂດດັ່ງກ່າວ ໃຫ້ໄດ້ມີສ່ວນຮ່ວມພ້ອມຮັບຜົນປະໂຫຍດເປັນເສດຖະກິດຄອບຄົວທີ່ມີລາຍຮັບເພີ່ມຂຶ້ນ ຮ່ວມກັນ ທັງສົ່ງເສີມດ້ານສິລະປະ-ວັດທະນະທໍາ ຂອງທ້ອງຖິ່ນໄປຄຽງຄູ່ກັນ.

ไม่มีคำอธิบายรูปภาพ

ທ່ານ ຜູ້ອໍານວຍການໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ກໍໄດ້ກາຍ ເປັນທີ່ຍອມຮັບ, ທີ່ນິຍົມຊົມຊອບ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທັງເປັນແຫຼ່ງທ່ອງທ່ຽວ ທີ່ຕ້ອນຮັບແຂກຕ່າງບ້ານທ່ານຕ່າງແດນມາໄດ້ຫຼາຍສົມຄວນ ຍ້ອນການພັດທະນາ ທີ່ຄຽງຄູ່ກັບການສ້າງວຽກເຮັດງານທໍາ ມີສ່ວນຮ່ວມ ຂອງຊາວບ້ານຫຼັກສີ່ສິບ ແລະ ໃນຂົງເຂດດັ່ງກ່າວ ຈຶ່ງໄດ້ຮັບລາງວັນການຢັ້ງຢືນ ຍ້ອງຍໍ ທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນແມ່ນ:

 

1 ລາງວັນແຫຼ່ງທ່ອງທ່ຽວ ມາດຕະຖານຫ້ອງນໍ້າສະອາດລະດັບອາຊຽນປີ 2019-2021(ASEAN PUBLIC TOILET STANDARD)

2 ລາງວັນ ພັດທະນາ ແຫຼ່ງທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ປະຈຳປີ2019

(Lao PDR Sustainable tourism Development Best Rractice Awards)

3 ລາງວັນ ທຸລະກິດ ອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2021 (ABA Laos 2021) ປະເພດທຸລະກິດ SME ດີເດັ່ນ-ລາງວັນ “ດ້ານການຈ້າງງານດີເດັ່ນ”

4 ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປະຈຳປີ 2022(ASEAN Sustainable tourism Awards 2022 )