ຍັງບໍ່ໝົດງ່າຍ ພົບຜູ້ຕິດເຊື້ອໂຄວິດໃໝ່ 441 ຄົນ, ນະຄອນຫຼວງວຽງຈັນ 73 ຄົນ

44

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 15 ກຸມພາ ປີ 2022 ວ່າ ມາຮອດ ວັນທີ 14 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 3.475 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 441 ຄົນ (ຕິດເຊື້ອພາຍໃນ 438 ຄົນ ແລະ ນໍາເຂົ້າ 3 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 415 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 73 ຄົນ, ໄຊຍະບູລີ 69 ຄົນ, ຫົວພັນ 63 ຄົນ, ສະຫັວນນະເຂດ 62 ຄົນ, ອັດຕະປື 39 ຄົນ, ຜົ້ງສາລີ 30 ຄົນ, ບໍລິຄໍາໄຊ 18 ຄົນ, ຊຽງຂວາງ 13 ຄົນ, ວຽງຈັນ 10 ຄົນ

ຫຼວງພະບາງ 8 ຄົນ, ສາລະວັນ 8 ຄົນ, ຄໍາມ່ວນ 6 ຄົນ, ໄຊສົມບູນ 6 ຄົນ, ເຊກອງ 5 ຄົນ, ອຸດົມໄຊ 3 ຄົນ, ບໍ່ແກ້ວ 2 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 26 ຄົນ ຈາກແຂວງສະຫວັນນະເຂດ 3 ຄົນ, ຫົວພັນ 23 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 139.683 ຄົນ, ອອກໂຮງໝໍວານນີ້ 292 ຄົນ, ກຳລັງປິ່ນປົວ 3.545 ຄົນ ແລະ ເສຍຊີວິດ ທັງໝົດ 601 ຄົນ (ເສຍຊິວິດໃໝ່ 03 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ແມ່ນທັງໝົດຢູ່ນະຄອນຫຼວງວຽງຈັນ