ຢູ 23 ລາວ ທົດສອບທີມທີ່ພາກໃຕ້ຊະນະ 2 ນັດລວດ

215

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ສາມາດເອົາຊະນະ 2 ນັດລວດໃນການແຂ່ງຂັນນັດອຸ່ນເຄື່ອງ ທີ່ສະໜາມບານເຕະກີລາແຂວງ ຈຳປາສັກ ( ຫຼັກ 2 ) ໃນນະຄອນປາກເຊ ແຂວງຈຳປາສັກ ໂດຍນັດຫຼ້າສຸດສາມາດບຽດເອົາຊະນະ ຈໍາປາສັກ ເອັຟຊີ 2-1 ເມື່ອວັນທີ 9 ກຸມພາ 2022.

ນັດດັ່ງກ່າວ ຢູ 23 ລາວ ໄດ້ 2 ປະຕູຈາກ ວິສິດ ບຸນປະເສີດ ແລະ ບຸນພະຈັນ ບຸນກອງ 2 ນັກເຕະຕົວເກັ່ງຂອງທີມ, ສ່ວນ ສະໂມສອນບານເຕະ ຈຳປາສັກ ເອັຟຊີ ໄດ້ປະຕູ ສຸພັນ ຄຳໃບອ່ອນ ຈາກຜົນນັດນີ້ເຮັດໃຫ້ ທີມຊາດລາວ ລົງທົດສອບທີມ 2 ນັດທໍາອິດສາມາດເກັບໄຊຊະນະໄດ້ທັງໝົດຄື: ຊະນະ ແຂວງສາລະວັນ 2-0 ແລະ ຊະນະ ຈໍາປາສັກ ເອັຟຊີ 2-1.

ສໍາລັບ ການອຸ່ນເຄື່ອຄັ້ງນີ້ກໍເປັນການທົບສອບທີມຄັ້ງທໍາອິດຂອງ ຢູ 23 ລາວ ກ່ອນເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ທີ່ປະເທດກຳປູເຈຍ ໃນລະຫວ່າງວັນທີ 14-26 ກຸມພາ 2022 ໂດຍ ທີມຊາດລາວ ແມ່ນຢູ່ ກຸ່ມ ບີ (Group B ) ເຊິ່ງປະກອບມີ: ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ລາວ.

ສໍາລັບ ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ
– ວັນທີ 15 ກຸມພາ 2022 ເວລາ 19:00 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ
– ວັນທີ 18 ກຸມພາ 2022 ເວລາ 16:00 ໂມງ ທີມຊາດລາວ ພົບ ມາເລເຊຍ
– ວັນທີ 21 ກຸມພາ 2022 ເວລາ 19:00 ໂມງ ທີມຊາດລາວ ພົບ ມຽນມາ.