Ai-Sport ເລືອກ ອາຈານ ເວີນ ຄູຝຶກລະດັບ A ລາຍເຊັນ ຄຸມທີມລຸຍລາວລີກ 2 ເລີ່ມຄັດນັກເຕະເສົານີ້

158

ໄອສະປອດ ( Ai-Sport FC ) ຮອງແຊັມຟຸດຊໍລາຍການ ຣີໄວ ຄັບ 2021 ແຈ້ງເຈດຈໍານົງເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ໃນອາທິດທີ່ຜ່ານມາ ຫຼ້າສຸດເມື່ອວັນທີ 25 ມັງກອນ 2022 ປະກາດແຕ່ງຕັ້ງຄູຝຶກລະດັບ A ລາຍເຊັນຂອງ ສປປ ລາວ ກໍຄື ທ່ານ ເວີນສະຫວັນ ສີວິໄຊ ມາເປັນຫົວໜ້າຄູຝຶກ ( ຜູ້ຈັດການທີມ ) ລຸຍການແຂ່ງຂັນບານເຕະ ລາວລີກ 2 ທີ່ນະຄອນຫຼວງ ປະຈໍາປີ 2022 ທີ່ຄາດວ່າຈະເປີດສາກຂຶ້ນໃນເດືອນມີນາ 2022.

Ai-Sport FC ກາຍເປັນທີ່ຮູ້ຈັກໃນການແຂ່ງຂັນກີລາຟຸດຊໍລາຍການ ຣີໄວ ຄັບ 2021 ດ້ວຍການຄວ້າຮອງແຊັມລາຍການດັ່ງໄປຄອງ ພາຍໃຕ້ການນໍາທີມຂອງ ທ່ານ ທອງສະເໜ່ ພັນທະຍາ, ກ່ອນທີ່ປີ 2022 ຕັດສິນໃຈສົ່ງທີມເຂົ້າຮ່ວມການແຂ່ງຂັນບານເຕະ ລາວລີກ 2 ທີ່ນະຄອນຫຼວງວຽງຈັນ ແຕ່ໜ້າເສຍດາຍ ທ່ານ ທອງສະເໜ່ ຕິດພາລະກິດບໍ່ສາມາດຄຸມທີມໄດ້ເຂົ້າຮ່ວມແຂ່ງຂັນໄດ້ ເຊິ່ງຫຼັງຈາກທີ່ປະທານສະໂມສອນ ປະກາດຫາໂຄຊທີ່ຈະພາທີມລຸຍລາວລີກ 2 ເຊິ່ງມີຄູຝຶກຫຼາຍທ່ານໃຫ້ຄວາມສົນໃຈທີ່ຈະເຂົ້າມາຄຸມທີມ.

ຫຼ້າສຸດໃນຄໍ່າຄືນຂອງວັນທີ 25 ມັງກອນ 2022 ເພຈ໌ບຸກທາງການຂອງ ສະໂມສອນບານເຕະ ໄອສະປອດ ປະກາດວ່າ: ໄດ້ເຊີນ ທ່ານ ເວີນສະຫວັນ ສີວິໄຊ” ຄູຝືກ A LICENSE ຂອງປະເທດລາວ, ຄູຝຶກຈອມໂຫດ, ຄູຝຶກຈອມຮ້າຍ, ຄູຝຶກເຈົ້າລະບຽບ ແລະ ຄູຝຶກຈອມວາງແຜນ ທີ່ມີສາຍານາມ ມູຣິນໂຢ ລາວເປັນຫົວໜ້າຄູຝຶກ ທີ່ຈະພາທີມລຸຍສຶກລາວລີກ 2 ທີ່ຈະເປີດສາກຂຶ້ນໃນເດືອນມີນາ 2022.

ຂະນະທີ່ ທ່ານ ໄພລະຄອນ ບຸນວິຊຽນ ປະທານສະໂມສອນ Ai-Sport FC ໃຫ້ສໍາພາດກັບທີມຂ່າວພວກເຮົາວ່າ: ການທີ່ພວກເຮົາເລືອກ ອາຈານ ເວີນສະຫວັນ ກໍເພາະລາວເປັນຄູຝຶກທີ່ມີປະສົບການ, ມີລະບຽບ ແລະ ການວາງແຜນທີ່ດີ ຈິ່ງໄດ້ເຊີນມາມາຮັບໜ້າທີ່ດັ່ງກ່າວ ແລະ ເຊື່ອວ່າເພິ່ນຈະສາມາດພັດທະນານັກເຕະຂອງພວກເຮົາໄດ້ເປັນຢ່າງດີ, ສ່ວນການສົ່ງທີມເຂົ້າຮ່ວມລາວລີກ 2 ຄັ້ງນີ້ເປົ້າໝາຍຫຼັກກໍເພື່ອສົ່ງເສີມວົງການກີລາລາວກໍຄື ນັກກີລາໃຫ້ມີການເຄື່ອນໄຫວຕໍ່ເນື່ອງ ແລະ ເປັນບ່ອນສ້າງນັກເຕະສູ່ທີມຊາດ. ນອກນັ້ນ, ເປົ້າໝາຍຂອງທີມກໍຫວັງຕິດ 1 ໃນ 4.

ສໍາລັບ ອາຈານ ເວີນສະຫວັນ ເກີດ 22 ມີນາ 1966 ເປັນຄູຝຶກລາວທີ່ມີປະສົບການທັງລະດັບສະໂມສອນ ແລະ ເຄີຍຄຸມທີມຊາດລາວ ນັບຕັ້ງແຕ່ຊຸດເຍົາວະຊົນຈົນເຖິງຊຸດໃຫຍ່ ລວມທັງຍັງເປັນ 1 ໃນ 5 ຄູຝຶກລາວ ທີ່ສາມາດເສັງຜ່ານເປັນຄູຝືກລະດັບ A ລາຍເຊັນ ແລະ ຜົນງານຫຼ້າສຸດພາ STT FC ຄວ້າຮອງແຊ້ມບານເຕະ ລາວລີກ 2 ໃນປີ 2020.

ສຳລັບຜູ້ທີ່ມີພອນສະຫວັນດີເດັ່ນ ໃນຮຸ່ນອາຍຸ 18-25 ປີ ເພື່ອຈະມາສັງກັດຮ່ວມທັບນັກເຕະ ໄອສະປອດ ເອຟຊີ ລຸຍລາວລີກ 2 ທີ່ຈະເປີດສາກຂຶ້ນໃນເດືອນ ມີນາ 2022 ນີ້.
– ວັນເສົາ ວັນທີ 29 ມັງກອນ 2022 ເວລາ 15:00-18:00 ໂມງ ເປີດຄັດເລືອກທີ່ ເດີ່ນສະຖາບັນການທະນາຄານ, ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
– ວັນອາທິດ ວັນທີ 30 ມັງກອນ 2022 ເວລາ 15:00-18:00 ໂມງ ເປີດຄັດເລືອກທີ່ ເດີ່ນ ປກສ ສະຫນາມມ້າ, ບ້ານແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ຂອບໃຈ ແລະ ຕິດຕາມຂໍ້ມູນເພີ່ມຕື່ມໄດ້ທີ່: Ai-Sport FC