ເພາະກາຍລາວ ສືບຕໍ່ຄັດເລືອກ ແລະ ປັບປຸງຈຸດອ່ອນ ກ່ອນລຸຍ ຊີເກມ ເປັນຄັ້ງທໍາອິດ

252

ສະຫະພັນກີລາເພາະກາຍແຫ່ງຊາດລາວ ສືບຕໍ່ຄູັດເລືອກນັກກີລາ ພ້ອມທັງປັບປຸງຈຸດທີ່ຍັງເປັນຈຸດອ່ອນ ເພື່ອເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2022 ເຊິ່ງເປັນຄັ້ງທໍາອິດຂອງ ຄະນະຊຸດໃໝ່່ຂອງສະຫະພັນ ທີ່ຈະສົ່ງເຂົ້າຮ່ວມໃນຊີເກມ.

ທ່ານ ຄໍາພະໄພວັນ ວົງໄຊ ຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ໃຫ້ສໍາພາດກັບສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຜົນງານທີ່ຜ່ານມາ ເພາະກາຍລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນເປັນຕົ້ນແມ່ນສາມາດຍາດໄດ້ອັນດັບ 3 ຈາກນາງ ພອຍໄພລິນ ພັດທະລີ ແລະ ອັນດັບ 4 ຈາກທ້າວ ສັນຕິສຸກ ດວງແກ້ວມະນີ ໃນການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 10 ປະຈໍາປີ 2018 ຈົນເຖິງປັດຈຸບັນພວກເຮົາກໍໄດ້ສືບຕໍ່ຄັດເລືອກ ແລະ ປັບປຸງນັກກີລາເບິ່ງຈຸດໃດທີ່ຍັງເປັນຈຸດອ່ອນ ເພື່ອກຽມລົງແຂ່ງຂັນໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ທີ່ຈະແຂ່ງຂັນໃນເດືອນພຶດສະດາ 2022 ແລະ ຈະເປັນຄັ້ງທໍາອິດໃນປະຫວັດສາດຂອງ ເພາະກາຍລາວ ໃນນາມຄະນະສະຫະພັນກີລາເພາະກາຍຊຸດໃໝ່ນີ້ ເຊິ່ງເຮົາກໍໄດ້ມີການຄັດເລືອກອີກຄັ້ງໜຶ່ງ ຫຼັງຈາກໄດ້ເລີ່ມໃຫ້ນັກກີລາຝຶກຊ້ອມ ນັບຕັ້ງແຕ່ເດືອນທັນວາ 2021 ເປັນຕົ້ນມາ (ເບິ່ງຄລິບເພີ່ມຕືມໄດ້ລຸ່ມນີ້ )

ສະຖິຕິກ່ອນໜ້ານີ້: ມີສູນອອກກໍາລັງກາຍພຽງ 25 ສູນໃນທົ່ວປະເທດລາວ ທີ່ໄດ້ຂຶ້ນທະບຽນກັບສະຫະພັນກີລາເພາະກາຍ, ແຕ່ສະຖິຕິປີ 2020 ມີສູນອອກກໍາລາຍການໃນທົ່ວປະເທດເພີ່ມຂຶ້ນ 68 ສູນຖືວ່າເພີ່ມຂຶ້ນມາຫຼາຍກວ່າ 100% ຖືເປັນກະແສການຕອບຮັບທີ່ດີຂອງການຫັນອອກມາກໍາລັງກາຍ ນັບແຕ່ປີ 2018 ເພີ່ມຂຶຶ້ນຢ່າງຕໍ່ເນື່ອງ ຈິ່ງເປັນອີກທ່າແຮງໃຫ້ກັບພວກເຮົາໃນການຄັດເລືອກນັກກີລາເຂົ້າຮ່ວມລາຍການຕ່າງໆໃນອະນາຄົດ.
ຂ່າວ-ຮູບ: ຫຼ້າ MKP