ກຽມພ້ອມ! ເລີ່ມ 11 ມັງກອນເປັນຕົ້ນໄປເປີດສັກວັກຊິບຮອບໃໝ່

139

ຂ່າວດີມາອີກແລ້ວ ສຳລັບການເປີດສັກວັກຊິນຮອບໃໝ່ ເພື່ອສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍຂອງເຮົາ ເພື່ອຕໍ່ສູ້ກັບເຊື້ອພະຍາດຮ້າຍໂຄວິດ 19 ແລະ ເພື່ອຫຼຸດຜ່ອນຄວາມຮ້າຍແຮງຂອງເຊື້ອດັ່ງກ່າວ ຫາກເຮົາໂຊກຮ້າຍຕ້ອງຕິດເຊື້ອ ປະເດັນສຳຄັນຕອນນີ້ຄືຕ້ອງສັກວັກຊິນໃຫ້ຄົບຕາມໂດສທີ່ແນະນຳ.

ຕາມການລາຍງານຈາກສູນຂ່າວສານການແພດສຸຂະສຶກສາກ່ຽວກັບການເປີດສັກວັກຊິນໃຫ້ກັບກຸ່ມເປົ້າໝາຍຮອບໃໝ່ນີ້ແມ່ນຈະເປີດບໍລິການສັກວັກຊິນນັບແຕ່ ເຂັມ1, 2 ແລະ 3 ຕາມກຳນົດແມ່ນຈະໄດ້ເລີ່ມແຕ່ວັນທີ 11 ມັງກອນ 2022 ນີ້ເປັນຕົ້ນໄປ ສຳລັບສະຖານທີ່ແມ່ນ ສູນການຄ້າລາວ-ໄອເຕັກ.

ພ້ອມດຽວນີ້ນີ້ ຍັງຈະສັກສະເພາະໃຫ້ກຸ່ມເປົ້າໝາຍອາຍຸ 12-17 ປີ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳໂຕ ແລະ ຜູ້ທີ່ສັກຄົບມາໄດ້ 5 ເດືອນແລ້ວ ແມ່ນສາມາດໄປຮັບເຂັມກະຕຸ້ນໄດ້. ສຳລັບຊະນິດວັກຊິນທີ່ຈະນຳມາສັກໃຫ້ກັບກຸ່ມເປົ້າໝາຍໃນຄັ້ງນີ້ແມ່ນປະກອບດ້ວຍ: Astra Zeneca, Sinopharm, Senovax ແລະ Pfizer.

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ໃນວັນທີ 9 ມັງກອນ 2022 ຜ່ານມາ ລາວເຮົາມີຕົວເລກທີ່ຮັບວັກຊິນເຂັມທີ 1 ແມ່ນ 4.617.843 ອັດຕາປົກຄຸມ 62,93% ແລະ ຮັບວັກຊິນຄົບໂດສແມ່ນ 3.705.314 ອັດຕາປົກຄຸມ 50,50%.