ວາງສີລາລຶກກໍ່ສ້າງສຳນັກງານຫຼັງໃໝ່ ຂອງກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ

241

ວັນທີ 22 ທັນວາ 2021 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີວາງສີລາລຶກການກໍ່ສ້າງຕຶກສຳນັກງານຫຼັງໃໝ່ຂອງກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫລື SME, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຜູ້ຕາງໜ້າສະ ຖານທູດ ສສ.ຫວຽດນາມ ປະຈຳ ສປປ ລາວ, ປະທານສະມາຄົມຊາວຫວຽດນາມ ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງ, ຄະນະຮັບ ຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ທ່ານ ບຸນເຖິງດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ໂຄງການກໍ່ສ້າງສຳນັກງານຫຼັງໃໝ່ຂອງກົມສົ່ງເສີມ SME ແມ່ນໄດ້ມີການລິເລີ່ມ ນັບແຕ່ປີ 2009 ເປັນຕົ້ນມາຮອດປີ 2019 ຈຶ່ງໄດ້ຮັບການເຫັນດີອະນຸ ມັດຈາກລັດຖະບານ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນ ຕີ ສະບັບເລກທີ 1856/ ຫສນຍ ລົງວັນທີ 17 ຕຸລາ 2019 ແລະ ຂໍ້ຕົກລົງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສະບັບເລກທີ 1166/ກງ ລົງວັນທີ 07 ພຶດສະພາ 2020.ພ້ອມດຽວກັນນັ້ນ, ໂຄງການດັ່ງກ່າວ ກໍໄດ້ຮັບການຢັ້ງຢືນຮັບຮອງຄວາມຖືກຕ້ອງດ້ານແບບແຜນຜັງເຕັກນິກການກໍ່ສ້າງ ຈາກກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 437/ຍທຂ. ຄຄຜ, ລົງວັນທີ 20 ຕຸລາ 2020 ແລະ ໄດ້ຮັບການອະນຸຍາດປຸກສ້າງຢ່າງເປັນທາງ ການ ຈາກພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສະບັບເລກ ທີ 1753/ຍທຂ.ນວ, ລົງວັນທີ 11 ມີນາ 2021.


ຕຶກສຳນັກງານຫຼັງໃໝ່ດັ່ງກ່າວ ໄດ້ຮັບການສຳຫຼວດ-ອອກແບບໂດຍ ບໍລິສັດບົວຄຳສຳຫຼວດ-ອອກແບບ ແລະ ທີ່ປຶກສາຈຳກັດ ຊຶ່ງເປັນຕຶກອາຄານດິນກໍ່ຮູບຊົງລາວປະກອບດ້ວຍ 5 ຊັ້ນ: ຊັ້ນ 1ນຳໃຊ້ເປັນສະຖານທີ່ບ່ອນຈອດລົດ (ຈັກ ແລະ ລົດໃຫຍ່) ປະມານ 72 ຄັນ, ຊັ້ນ2 ຫາ ຊັ້ນ5ນໍາໃຊ້ເປັນບ່ອນເຮັດວຽກມີທັງໝົດ 20 ຫ້ອງ ຮອງຮັບພະນັກງານໄດ້ 85 ຄົນ, ມີຫ້ອງປະຊຸມທັງໝົດ 5 ຫ້ອງ (ຫ້ອງປະຊຸມນ້ອຍ 3 ຫ້ອງ, ກາງ 1 ຫ້ອງ ແລະ ຫ້ອງປະຊຸມໃຫຍ່ 1 ຫ້ອງ) ສາມາດຮອງຮັບໄດ້ 150 ຄົນ. ນອກຈາກນັ້ນ, ຍັງມີລະບົບລິບ, ລະບົບໄຟຟ້າ, ນໍ້າປະປາ, ລະບົບປ້ອງກັນອັກຄີໄພ ແລະ ລະບົບຮັກສາຄວາມປອດໄພຄົບວົງຈອນ.

ສຳລັບງົບປະມານທີ່ນໍາໃຊ້ໃນການກໍ່ສ້າງໂຄງການທັງໝົດ ແມ່ນບໍ່ໄດ້ນໍາໃຊ້ງົບປະມານການລົງທຶນຂອງລັດໂດຍກົງ ເພາະທາງສະມາຄົມຊາວຫວຽດນາມນະຄອນຫຼວງວຽງຈັນ ຈະເປັນຜູ້ສະໜອງທຶນໂດຍຮູບແບບການລະດົມທຶນຈາກພາກສ່ວນຕ່າງໆ ໃນທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນທຶນນຳໃຊ້ເຂົ້າໃນການກໍ່ສ້າງທັງໝົດປະມານ 13 ຕື້ກີບ ໂດຍະໃຊ້ເວລາກໍ່ສ້າງ 2 ປີ ນັບແຕ່ມື້ວາງສີລາລຶເປັນຕົ້ນໄປ. ຄຽງຄູ່ກັນນັ້ນ, ເພື່ອດຳເນີນການກໍ່ສ້າງໃຫ້ທ່ວງທັນຕາມກຳນົດເວລາກະຊວງອຸດສາຫະກຳ ແລະ ການຄ້າຮ່ວມກັບສະມາຄົມຊາວຫວຽດນາມນະຄອນຫຼວງວຽງຈັນ ໄດ້ສຳເລັດພິທີເຊັນສັນຍາວ່າດ້ວຍການແລກປ່ຽນສິດນຳໃຊ້ທີ່ດິນ ແລະ ການປຸກຕຶກສຳນັກງານຫຼັງໃໝ່ປ່ຽນແທນ ຢ່າງເປັນທາງການ ໃນວັນທີ 15 ທັນວາ 2021.


ຫຼັງຈາກນັ້ນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະແຂກກິດຕິມະສັກ ທັງໝົດ 9 ທ່ານ ໄດ້ໃຫ້ກຽດຂຶ້ນຕັດລິບປິ້ງ ແລະ ຊ້ວນເປຕົງໃສ່ເສົາເອກເພື່ອເປັນການເປີດພິທີວາງສີລາລຶກ ການກໍ່ສ້າງຕຶກສຳນັກງານຫຼັງໃໝ່ ຂອງກົມສົ່ງເສີມ SME, ກະຊວງອຸດສາຫະກຳ ແລະ ການຄ້າ ຢ່າງເປັນທາງການ.