ເປີດສະຖິຕິ ທີມຊາດລາວ-ອິນໂດເນເຊຍໃນ SUZUKI CUP ກ່ອນພົບກັນແລງນີ້, ລາວເຄີຍສະເໝີໄດ້

217

ການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນລາຍການ AFF SUZUKI CUP 2020 ຂອງທີມຊາດລາວ ສໍາເລັດໄປແລ້ວ 2 ນັດຄື: ນັດທໍາອິດ ເສຍໃຫ້ ຫວຽດນາມ 0-2 ແລະ ນັດຫຼ້າສຸດເສຍໃຫ້ ອິນໂດເນເຊຍ ຂາດລອຍ 0-4 ເມື່ອວັນທີ 9 ທັນວາ 2021

ຫຼ້າສຸດມື້ນີ້ ທີມຊາດລາວ ຈະລົງແຂ່ງຂັນນັດທີ 3 ຂອງທີມຊາດລາວ ປະຈໍາວັນທີ 12 ທັນວາ 2021 ພົບກອບ ອິນໂດເນເຊຍ ເຊິ່ງກ່ອນແຂ່ງຂັນເຮົາໄປເບິ່ງສະຖິຕິການພົບກັນຂອງທັງສອງທີມ ແນ່ນອນສະຖິຕິນັບແຕ່ປີ 2004 ໃນລາຍການນີ້ ທີມຊາດລາວ ຍັງຊະນະ ອິນໂດເນເຊຍ ບໍ່ໄດ້, ແຕ່ກໍສາມາດສະເໝີໄດ້ 1 ຄັ້ງຈາກທັງໝົດ 5 ຄັ້ງ.

ທີມຊາດລາວ ຖືກຈັບໃຫ້ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ ແຊັມເກົ່າ, ມາເລເຊຍ ຮອງແຊັມເກົ່າ, ອິນໂດເນເຊຍ ແລະ ກໍາປູເຈຍ ເຊິ່ງໃນທ້າຍອາທິດນີ້ວັນທີ 12 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ຈະລົງສະໜາມນັດທີ 3 ພົບກັບ ອິນໂດເນເຊຍ ໂດຍສະຖິຕິພົບກັນນັບແຕ່ປີ 2004 ເປັນຕົ້ນມາມີຄື:
-ປີ 2004 ລາວ ເສຍໃຫ້ ອິນໂດນເຊຍ 0-6
-ປີ 2007 ອິນໂດເນເຊຍ ຊະນະ ລາວ 3-1

-ປີ 2010 ອິນໂດເນເຊຍ ຊະນະ ລາວ 0-6
-ປີ 2012 ສະເໝີກັນ 2-2
-ປີ 2014 ລາວ ເສຍໃຫ້ ອິນໂດເນເຊຍ 1-5.
ສ່ວນນັດສຸດທ້າຍຮອບແບ່ງກຸ່ມຂອງ ທີມຊາດລາວ ຈະລົງແຂ່ງຂັນໃນວັນທີ 15 ທັນວາ 2021 ເວລາ 16:30 ໂມງ ພົບ ກຳປູເຈຍ.