“ເຈັບຄໍ” ອາດບໍ່ຈຳເປັນຕ້ອງລ່ຽງ “ນ້ຳເຢັນ-ກະແລ້ມ” ສະເໝີໄປ

497

ເຈັບຄໍເມື່ອໃດເຮົາກໍຮີບໄປຈັບນ້ຳອຸ່ນໆ ມາຈິບ ແລະ ງົດນ້ຳເຢັນຢ່າງອັດຕະໂນມັດ ແຕ່ຮູ້ບໍ່ວ່າມີອາການເຈັບຄໍບາງປະເພດທີ່ດື່ມນ້ຳເຢັນ ກິນກະແລ້ມໄດ້ສະບາຍ.

ເຈັບຄໍຈາກຕ່ອມທອນຊິລອັກເສບ

ຫາກເປັນການເຈັບຄໍຈາກຕ່ອມທອນຊິລອັກເສບ ການດື່ມນ້ຳເຢັນ ຫຼື ອາຫານແຊ່ເຢັນ ເຊັ່ນ ກະແລ້ມຈະຊ່ວຍຫຼຸດອາການປວດ, ຫຼຸດອາການບວມຈາກການອັກເສບຂອງຕ່ອມທອນຊິລໄດ້.

ແນວໃດກໍຕາມ ຫາກມີອາການເປັນຫວັດ ແລະ ເຈັບຄໍຈາກສາເຫດອື່ນ ທີ່ບໍ່ແມ່ນຕ່ອມທອນຊິລອັກເສບ ແນະນຳໃຫ້ດື່ມນ້ຳທີ່ອຸນຫະພູມປົກກະຕິຈະດີທີ່ສຸດ.

ທອນຊິລອັກເສບ ຄືຫຍັງ

ທອນຊິລອັກເສບ (Tonsillitis) ເປັນພາວະອັກເສບຂອງຕ່ອມທອນຊິລ ອາດເກີດຈາກການຕິດເຊື້ອໄວຣັສ ແລະ ແບັດທີເຣຍ ຈະມີອາການໄຂ້ ໜາວສັ່ນ ເຈັບຄໍ ກືນອາຫານລຳບາກເພາະເຈັບຄໍຫຼາຍ.

ໂດຍທົ່ວໄປແລ້ວການຮັກສາພາວະຕ່ອມທອນຊິລອັກເສບ ມັກຈະໃຊ້ຢາບັນເທົາອາການເຈັບຄໍ, ຢາຫຼຸດນ້ຳມູກ ຫຼື ຫຼຸດໄຂ້ ໃຫ້ຢາຂ້າເຊື້ອ (ຖ້າຈຳເປັນ) ໂດຍອາດໃຊ້ເວລາຮັກສາປະມານ 2 ອາທິດອາການເຖິງຈະດີຂຶ້ນ ໂດຍອາດຮັກສາດ້ວຍຢາຫຼຸດນ້ຳມູກຄລໍເຟນິຣາມີນ (Chlorpheniramine) ແລະ ຢາຫຼຸດໄຂ້ພາຣາເຊຕາໂມນ (Paracetamol) ແລະ ຢາໃນກຸ່ມ NSAIDs ເຊັ່ນ ໄອບູໂປຣເຟນ (Ibuprofen).

ນອກຈາກນີ້ ຫາກມີອາການອື່ນໆ ແນະນຳໃຫ້ໄປພົບແພດ ແລະ ການໃຊ້ຢາຮັກສາຈະຕ້ອງຢູ່ໃນການເບິ່ງແຍງຂອງແພດ ຫ້າມຊື້ຢາມາກິນເອງ ເພາະອາດເຮັດໃຫ້ແພ້ຢາ ຫຼື ເກີດອັນຕະລາຍຈາກການໃຊ້ຢາໄດ້.

ຂໍ້ປະຕິບັດເມື່ອມີອາການເຈັບຄໍທົ່ວໄປ

1. ດື່ມນ້ຳອຸນຫະພູມຫ້ອງຫຼາຍໆ ມື້ລະ 8 ຈອກຂຶ້ນໄປ ເພື່ອເຮັດໃຫ້ມີຄວາມຊຸ່ມຄໍ.

2. ຄວນຮັບປະທານອາຫານອ່ອນໆ ເຊັ່ນ: ໂຈ້ກ ຫຼື ເຂົ້າປຽກເຂົ້າທີ່ບໍ່ຮ້ອນຈົນເກີນໄປ.

3. ຫຼີກລ່ຽງອາຫານທີ່ມີລົດຊາດເຜັດ.

4. ຫຼີກລ່ຽງການສູບຢາ ຫຼື ດື່ມເຄື່ອງດື່ມແອວກໍຮໍ

5. ພັກຜ່ອນໃຫ້ພຽງພໍ.