ການແຂ່ງຂັນລົດສູດໜຶ່ງຊີງແຊັມໂລກ 2021 ຕ້ອງໄປລຸ້ນຕັດສິນແຊັມໃນສະໜາມສຸດທ້າຍ 12 ທັນວານີ້

195

ພາຍຫຼັງທີ່ ລູອິສ ແຮມິລຕັນ ແຊັມໂລກ ຄວ້າແຊັມລາຍການທີ່ອາຣັບບີ ຊາອຸດິດ ເມື່ອທ້າຍອາທິດທີ່ຜ່ານມາ ເຮັດໃຫ້ຄະແນນເທົ່າກັບ ແມັກຊ໌ ເວີສະແຕບເພນ ທີ 369,5 ຄະແນນ ເຮັດໃຫ້ຕ້ອງໄປຕັດສິນແຊັມຕໍາແໜ່ງແຊັມໂລກຂອງການແຂ່ງຂັນລົດສູດໜຶ່ງຊີງແຊັມໂລກ ລະດູການ 2021 ໃນລາຍການສຸດທ້າຍທີ່ ອາບູ ດາບີ ສະຫະລັດອາຣັບເອເມເຣດ ໃນວັນທີ 12 ທັນວານີ້.

ລາຍການທີ່ ອາຣັບບີ ຊາອຸດິດ ເມື່ອວັນທີ 5 ທັນວາ 2021 ລູອິສ ຈາກທີມເມີເຊເດສ ເຂົ້າເສັ້ນໄຊເປັນອັນດັບ 1 ດ້ວຍເວລາ 2 ຊົ່ວໂມງ 6 ນາທີ 15,118 ວິນາທີ ຄວ້າແຊັມໄປຄອງ, ສ່ວນ ເວີສະແຕບເພນ ຈາກທີມເຣດບູລ ເຣຊຊິງ ຖືກບວກເວລາໄປ 5 ວິນາທີ ຈາກການເຮັດຜິດກົດລະບຽບ ເຮັດໃຫ້ເສຍຕໍາແໜ່ງຜູ້ນໍາໃຫ້ກັບ ລູອິສ ກ່ອນຈົບທີອັນດັບ 2 ຕາມຫຼັງແຊັມ 11,825 ວິນາທີ.

ຈາກຜົນດັ່ງກ່າວ ເຮັດໃຫ້ ລູອິສ ຄວ້າແຊັມ 3 ສະໜາມຕິດຕໍ່ກັນ ແລະ ເປັນໄຊຊະນະສະໜາມທີ 103 ໃນອາຊີບ ພ້ອມເຮັດໃຫ້ຄະແນລວມໃນຕາຕະລາງຊີງແຊັມໂລກເພີ່ມເປັນ 369,5 ຄະແນນ ເທົ່າກັບ ເວີສະແຕບເພນ ເຮັດໃຫ້ຕ້ອງໄປຕັດສິນແຊັມໂລກ ລະດູການນີ້ໃນລາຍການສຸດທ້າຍຂອງປີລາຍການ ອາບີ ດາບີ ກຣັງປຣີ ທີ່ສະຫະລັດອາຣັບເອເມເຣດ ໃນວັນທີ 12 ທັນວາ 2021.