ອຄ ສະຫຼຸບຕີລາຄາວຽກງານກໍ່ສ້າງພັກ – ພະນັກງານ

5

ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ເປີດດຳເນີນກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງກົງຈັກຂອງກະຊວງ ອຄ ປະຈຳປີ 2023 ແລະ ທິດທາງປີ 2024 ຂຶ້ນໃນວັນທີ 30 ເມສາ 2024 ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ອຄ; ມີຮອງເລຂາຄະນະພັກກະຊວງ, ຄະນະປະຈຳພັກ, ກຳມະການຄະນະພັກ ແລະ ພະນັກງານຫຼັກແຫຼ່ງຈາກບັນດາຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກກະຊວງ ອຄ ເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງກະຊວງ ອຄ ປະຈຳປີ 2023 ແລະ ທິດທາງປີ 2024 ເຊິ່ງເປັນກອງປະຊຸມທີ່ມີຄວາມໝາຍສຳຄັນຫຼາຍ ເປັນໂອກາດໃຫ້ພວກເຮົາໄດ້ພ້ອມກັນທົບທວນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະ 1 ປີຜ່ານມາ ເຊິ່ງພວກເຮົາກໍໄດ້ເຮັດສຳເລັດຫຼາຍອັນ ແຕ່ກໍຍັງຫຼາຍບັນຫາທີ່ພວກເຮົາຈະໄດ້ພ້ອມກັນສືບຕໍ່.


ທ່ານກ່າວຕື່ມວ່າ: ສູນກາງພັກ ຍາມໃດກໍເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ແລະ ພະນັກງານ ແລະ ຖືເອົາບັນຫາພັກ – ພະນັກງານ ເປັນປັດໄຈຕັດສິນຜົນສຳເລັດຂອງວຽກງານໃນການປະຕິບັດໜ້າທີ່ການເມືອງຢູ່ແຕ່ລະກົມກອງ, ໃນກອງປະຊຸມໃຫຍ່ຂອງພັກໃນແຕ່ລະຄັ້ງກໍໄດ້ເນັ້ນຢ້ຳ ແລະ ມີມະຕິກ່ຽວຂ້ອງອອກມາ ເພື່ອຍູ້ແຮງວຽກງານພັກ – ພະນັກງານໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ຕີຖອຍບັນຫາປາກົດການຫຍໍ້ທໍ້ຕ່າງໆພາຍໃນການຈັດຕັ້ງພັກ. ຫຼ້າສຸດກໍແມ່ນຄຳສັ່ງສະບັບເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ມະຕິ ສະບັບເລກທີ 04/ຄບພສ ລົງວັນທີ 30 ກັນຍາ 2021 ວ່າດ້ວຍເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ແລະ ມະຕິ ສະບັບເລກທີ 05/ຄບສພ ລົງວັນທີ 5 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ເຊິ່ງກວມຫຼາຍຂົງເຂດວຽກງານ ລວມທັງການກໍ່ສ້າງ – ປ້ອງກັນພັກ ແລະ ວຽກງານພະນັກງານ ເພື່ອເປັນທິດທາງສືບຕໍ່ກະກຽມຜັນຂະຫຍາຍໃນກອງປະຊຸມໃຫຍ່ຂອງພັກຄັ້ງຕໍ່ໄປ.


ທ່ານກ່າວຕື່ມວ່າ: ກອງປະຊຸມຂອງພວກເຮົາໃນມື້ນີ້ ໃນວາລະທຳອິດຈະໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມເນື້ອໃນ 2 ເອກະສານສຳຄັນ ໂດຍສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກກະຊວງ ກ່ຽວກັບບົດສະຫຼຸບຕີລາຄາວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈຳປີ 2023 ແລະ ທິດທາງປີ 2024 ບົດໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດຕໍ່ກອງປະຊຸມປະຈຳປີວຽກງານດັ່ງກ່າວ.

ຫຼັງຈາກນັ້ນ, ໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ 2 ຄຳແນະນຳໃໝ່ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການປະເມີນພະນັກງານ ແລະ ການເລືອກເຟັ້ນແຕ່ງຕັ້ງ, ສັບປ່ຽນໜ້າທີ່ພະນັກງານນຳພາ – ຄຸ້ມຄອງ ໂດຍສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈຳພັກກະຊວງ, ຫົວໜ້າກົມກວດກາ; ສະຫາຍ ກິ່ງສະດອນ ເພັດດາວເຮືອງ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານຈະຜ່ານ ( ຮ່າງ ) ບົດສະຫຼຸບວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງກົງຈັກຂອງກະຊວງ ອຄ ປະຈຳປີ 2023 ແລະ ທິດທາງປີ 2024. ຈາກນັ້ນຈະໄດ້ເປີດກວ້າງໃຫ້ບັນດາສະຫາຍມີຄຳເຫັນ.