ລາຍລະອຽດຜູ້ເສຍຊີວິດໃໝ່ 5 ຄົນ, ຍອດຜູ້ເສຍຊີວິດສະສົມ 191 ຄົນ

373

ມາຮອດວັນທີ 03 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 77.500 ຄົນ, ເສຍຊີວິດສະສົມ 191 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 674 ຄົນ, ກໍາລັງປິ່ນປົວ 12.104 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້


1 ເພດຊາຍ, ອາຍຸ 57 ປີ, ສັນຊາດ ຫວຽດນາມ, ບ້ານໄຊຍະມຸງຄຸນ, ນະຄອນໄກສອນ, ແຂວງ ສະຫັວນນະເຂດ
ພະຍາດປະຈໍາຕົວ ເບົາຫວານ, ຄວາມດັນເລືອດ ແລະ ວັນນະໂລກ, ບໍ່ໄດ້ຮັບການສັກຢາວັກຊີນ, ວັນທີ 30 ພະຈິກ 2021 ມາກວດຢູ່ໂຮງໝໍແຂວງດ້ວຍອາການໄຂ້, ອີດເມື່ອຍ, ຫາຍໃຈ ຍາກ, ຫາຍໃຈຝຶດ ແລະ ນອນຊືມ ຊື່ງຄົນເຈັບມີອາການໜັກແລ້ວ ຈື່ງມາໂຮງໝໍ ແລະ ຜົນກວດພົບເຊື້ອໂຄວິດ-19. ມາຮອດເວລາ 21:20 ນາທີ ຄົນເຈັບໄດ້ເສຍຊີວິດ.

2 ເພດຊາຍ, ອາຍຸ 88 ປີ, ບ້ານ ດອນຕິ້ວ, ເມືອງໄຊທານີ, ນະຄອນຫລວງ.
ພະຍາດປະຈຳໂຕ ປະດົງ ແລະ ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກຢາວັກຊີນ
ວັນທີ 25 ພະຈິກ 2021 ຜົນກວດພົບເຊື້ອໂຄວິດ-19, ເວລາ 16:04 ນາທີ ວັນທີ 29 ພະຈິກ 2021 ໄດ້ຍ້າຍມາຕຶກແຍກປ່ຽວ ເນື່ອງຈາກຄົນເຈັບມີອາການ ຫາຍໃຈຝືດ ແລະ ໄອ ຮອດເວລາ 05:10 ນາທີ ຂອງວັນທີ 02 ທັນວາ 2021 ຄົນເຈັບ ໄດ້ເສຍຊີວິດ


3 ຊາຍ, ອາຍຸ 48 ປີ, ບ້ານ ມີໄຊ, ເມືອງ ຈັນທະບູລີ, ນະຄອນຫລວງ
ພະຍາດປະຈຳໂຕ ໄຂ່ຫຼັງຊຸດໂຊມ, ຜ່າຕັດລຳໄສ້, ພະຍາດປອດ ແລະ ຕັບແຂງ
ບໍ່ໄດ້ຮັບການສັກຢາວັກຊີນ ວັນທີ 30 ພະຈິກ 2021 ຜົນກວດພົບເຊື້ອໂຄວິດ-19 ເວລາ 06:35 ນາທີຂອງວັນທີ 02 ທັນວາ 2021 ຄົນເຈັບ ໄດ້ເສຍຊີວິດ


4 ເພດຍິງ ອາຍຸ 69 ປີ, ບ້ານເຕົາປູນ, ເມືອງສາລະວັນ, ແຂວງສາລະວັນ (ແຕ່ມານອນປີ່ນປົວຢູ່ ໂຮງໝໍມິດຕະພາບ ຈຶ່ງນັບເປັນຄົນເຈັບເສຍຊີວິດ ຢູ່ນະຄອຫລວງ) ພະຍາດປະຈຳໂຕ ພະຍາດເລືອດຈາງ ແລະ ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກຢາວັກຊີນ ວັນທີ 25 ພະຈິກ 2021 ກວດພົບຕິດເຊື້ອໂຄວິດ-19 ຮອດເວລາ ເວລາ 13:30 ໂມງ ຂອງວັນທີ 01 ທັນວາ 2021 ຄົນເຈັບໄດ້ເສຍຊີວິດ

.
5 ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.
ພະຍາດປະຈໍາໂຕ ພະຍາດພູມຄຸ້ມກັນບົກຜ່ອງ ໄດ້ສັກຢາວັກຊິນຄົບ ວັນທີ 23 ພະຈິກ 2021 ຜົນກວດພົບເຊື້ອໂຄວິດ-19 ແລະ ໃນມື້ດຽວກັນ ໄດ້ສົ່ງຄົນເຈັບເຂົ້ານອນ ຢູ່ສູນລ້ານຊ້າງ ເປັນເວລາ 05 ວັນ.
ເວລາ 10:45 ນາທີ ຂອງວັນທີ 28 ພະຈິກ 2021 ຜູ້ກ່ຽວຖືກນໍາສົ່ງມາໂຮງໝໍເສດຖາທິລາດ ເວລາ 20:20 ນາທີຂອງວັນທີ 2 ທັນວາ 2021 ຄົນເຈັບໄດ້ເສຍຊີວິດ