ຄະນະ ຊ່ຽວຊານ ຫວຽດນາມ ເຂົ້າອວຍພອນ ວິທະຍາຄານກົມມະດຳ ໃນໂອກາດວັນຊາດ ຄົບຮອບ 46 ປີ

365

ວັນທີ 1 ທັນວາ 2021 ນີ້, ທ່ານ ພັນເອກ ຫວຽນວັນຈຽນ ຫົວໜ້າຄະນະ ຊ່ຽວຊານ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າ ຢ້ຽມຢາມ ພ້ອມນໍາເອົາຂອງຂວັນ ເຂົ້າອວຍພອນ ວິທະຍາຄານກົມມະດຳ ເນື່ອງ ໃນໂອກາດວັນ ຊາດທີ 2 ທັນວາ ຄົບຮອບ 46 ປີ. ທັງເປັນວັນແຫ່ງໄຊຊະນະ ອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ຂອງຊາດລາວ, ທີ່ມີສັນຕິພາບ, ເອກະລາດ ປະຊາທິປະໄຕ ເອກະ ພາບ ວັດທະນະຖາວອນ.

ໃຫ້ກຽດຕ້ອນຮັບຂອງ ທ່ານ ພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງວິທະຍາຄານກົມມະດຳ, ມີທ່ານ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ວິທະຍາຄານກົມມະດຳ ພ້ອມ ດ້ວຍຄະນະເຂົ້າຮ່ວມ.

ໂອກາດດັ່ງກ່າວ ຫົວໜ້າການເມືອງວິທະຍາຄານກົມມະດຳ ຕ່າງໜ້າຄະນະ ກໍໄດ້ສະແດງ ຄວາມຂອບໃຈ ມາຍັງ ທ່ານ ພັນເອກ   ຫວຽນວັນຈຽນ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ ພ້ອມທັງ ຕີລາຄາສູງໃນການຮ່ວມມືສອງປະເທດລະ ຫວ່າງລາວ-ຫວຽດນາມ – ຫວຽດນາມ – ລາວ ໃຫ້ຮັດແໜ້ນຄວາມສາມັກຄີປອງດອງ ທີ່ມີ ມູນເຊື້ອມາແຕ່ ຍາວນານ ພ້ອມທັງໃຫ້ສັນຍາວ່າຈະສືບຕໍ່ ຮັດແໜ້ນສາຍພົວພັນການຮ່ວມ ມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ,ລະ ຫວ່າງສອງປະເທດໃຫ້ນັບມືດີຂຶ້ນ ໂດຍສະເພາະ ສືບຕໍ່ຮ່ວມມືລະ ຫວ່າງ 2 ກອງທັບໃຫ້ເຕີບໃຫຍ່ ເຂັ້ມແຂງຂຶ້ນເລື້ອຍໆ.

ໂດຍ : ຕ່ວນບຸບຜາ ທິບທິດາ