ແພດແນະນຳ ສະໝຸນໄພລິດຮ້ອນ-ຜັກໝາກໄມ້ວິຕາມິນຊີສູງ ເສີມພູມຕ້ານຫວັດ

863

ການກິນສະໝຸນໄພທີ່ມີສັບພະຄຸນເຜັດຮ້ອນ ຜັກ ໝາກໄມ້ທີ່ມີວິຕາມິນຊີສູງ ແລະ ໝັ່ນອອກກຳລັງກາຍເປັນປະຈຳ ສາມາດຊ່ວຍບັນເທົາອາການຫວັດ ເສີມພູມຕ້ານທານໃຫ້ຮ່າງກາຍ.

ແພດໄດ້ກ່າວວ່າ ໃຊ່ຊ່ວງໜ້າຝົນ ຫຼື ຊ່ວງທີ່ອາກາດປ່ຽນແປງ ກຸ່ມທີ່ຕ້ອງເບິ່ງແຍງເປັນພິເສດຄືກຸ່ມເດັກນ້ອຍ ແລະ ຜູ້ສູງອາຍຸ ເຊິ່ງມັກໄດ້ຮັບຜົນກະທົບຕໍ່ສຸຂະພາບໄດ້ງ່າຍ ລວມທັງປະຊາຊົນຄວນຫັນມາໃສ່ໃຈສຸຂະພາບຂອງຕົນເອງໃຫ້ຫຼາຍຂຶ້ນເປັນພິເສດເພື່ອປ້ອງກັນການເກີດພະຍາດຕ່າງໆ ທີ່ກ່ຽວກັບລະບົບທາງເດີນຫາຍໃຈ ໂດຍສະເພາະພະຍາດໄຂ້ຫວັດ ເພາະຫາກປ່ວຍເປັນໄຂ້ຫວັດ ແລະ ບໍ່ມີການເບິ່ງແຍງສຸຂະພາບທີ່ດີ ອາດສົ່ງຜົນໃຫ້ເປັນພະຍາດຫຼອດລົມອັກເສບ ແລະ ພະຍາດປອດບວມໃນທີ່ສຸດ.

ສະໝຸນໄພລິດເຜັດຮ້ອນ-ຜັກ ໝາກໄມ້ວິຕາມິນຊີສູງ ເສີມພູມຕ້ານຫວັດ

ສະໝຸນໄທທີ່ຄວນກິນເພື່ອເສີມພູມຕ້ານທານໃນຊ່ວງໜ້າຝົນໄດ້ແກ່: ກະທຽມ, ຫອມບົ່ວແດງ, ກະຊາຍ, ຂີງ, ຂ່າ ແລະ ຫົວສີໄຄ.

ຜັກຕ່າງໆ ຫຼາກສີ ທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ແລະ ວິຕາມິນຊີໄດ້ແກ່: ໝາກເຜັດຫວານ, ຜັກຫົມ, ບລັອກໂຄລີ້, ຜັກຫວານ, ໃບກະເພົາ ແລະ ໝາກນາວ.

ຜັກ ແລະ ສະໝຸນໄພເຫຼົ່ານີ້ສາມາດຫາໄດ້ງ່າຍໃນທ້ອງຖິ່ນ ສະໝຸນໄພທີ່ມີສັບພະຄຸນເຜັດຮ້ອນສາມາດຊ່ວຍບັນເທົາອາການຫວັດ ແລະ ເສີມພູມຕ້ານທານໃນຮ່າງກາຍແຂງແຮງໃນຊ່ວງໜ້າຝົນທີ່ອາກາດປ່ຽນແປງ.

ນອກຈາກນີ້ ຄວນກິນໝາກໄມ້ທີ່ມີວິຕາມິນຊີສູງເປັນປະຈຳເຊັ່ນ: ໝາກສີດາ, ໝາກຮຸ່ງ, ໝາກກ້ຽງໃຫຍ່(ໝາກພຸກ), ໝາກເຟືອງ ແລະ ໝາກກ້ວຍນ້ຳ ເປັນຕົ້ນ.

ໝາກໄມ້ເຫຼົ່ານີ້ຊ່ວຍເພີ່ມພູມຕ້ານທານໃຫ້ຮ່າງກາຍ ແລະ ຕ້ານພະຍາດຫວັດໄດ້ ລວມທັງຄວນກິນອາຫານທີ່ປຸງສຸກຮ້ອນ ເພື່ອສ້າງຄວາມອົບອຸ່ນໃຫ້ກັບຮ່າງກາຍ ແລະ ປ້ອງກັນການປົ່ນເປື້ອນຂອງເຊື້ອຈຸນລະຊີບທີ່ກໍ່ໃຫ້ເກີດພະຍາດໃນລະບົບທາງເດີນອາຫານ.

ກິນສະໝຸນໄພ ຜັກ-ໝາກໄມ້ແລ້ວຕ້ອງອອກກຳລັງກາຍ

ທັງນີ້ ຄວນໝັ່ນອອກກຳລັງກາຍເປັນປະຈຳທຸກມື້ ເຊັ່ນ: ຍ່າງ, ແລ່ນຈ໊ອກກິ້ງ, ຂີ່ລົດຖີບ, ຫຼິ້ນກີລາທີ່ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ຫຼື ເຮັດວຽກບ້ານ ເຊັ່ນ: ກວາດເຮືອນ, ຖູເຮືອນ.

ເຄັດລັບກການອອກກຳລັງກາຍ ສຳລັບຜູ້ເລີ່ມຕົ້ນ

1 ການເລີ່ມຕົ້ນອອກກຳລັງກາຍ ຄວນເລີ່ມຈາກເບົາໆ ໄລຍະເວລາໜ້ອຍໆ ກ່ອນ ແລ້ວຄ່ອຍໆ ເພີ່ມເວລາຂຶ້ນເລື່ອຍໆ ໃນແຕ່ລະອາທິດເພື່ອໃຫ້ຮ່າງກາຍປັບຕົວ.

2 ຈາກນັ້ນຈຶ່ງເພີ່ມຄວາມແຮງ ຫຼື ຄວາມໜັກ ແລະ ການອອກກຳລັງກາຍໃນແຕ່ລະຄັ້ງ ໂດຍເຮັດໃຫ້ຮູ້ສຶກຫາຍໃຈໄວຂຶ້ນ ບໍ່ຈຳເປັນຕ້ອງໜັກ ຫຼື ເມື່ອຫຼາຍ ບໍ່ເຖິງຂັ້ນຫອບ ຫຼື ຫາຍໃຈບໍ່ທັນ.

3 ເຮັດເປັນປະຈຳສະໝ່ຳສະເໝີຢ່າງໜ້ອຍອາທິດລະ 5 ມື້ ມື້ລະ 30 ນາທີ ເພື່ອສົ່ງເສີມ ແລະ ຟື້ນຟູລະບົບຕ່າງໆ ໃນຮ່າງກາຍໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບ.

ນອກຈາກນີ້ ຄວນດື່ມນ້ຳສະອາດ ຫຼື ນ້ຳອຸ່ນຢ່າງໜ້ອຍມື້ລະ 1,5-2 ລິດ ແລະ ນອນຫຼັບພັກຜ່ອນໃຫ້ພຽງພໍຢ່າງໜ້ອຍມື້ລະ 6-8 ຊົ່ວໂມງ ເພື່ອຊ່ວຍໃຫ້ຮ່າງກາຍມີພູມຕ້ານທານ ແລະ ມີສຸຂະພາບແຂງແຮງໃນໄລຍະຍາວ.