“ຜັກປັງ” ຜັກປະໂຫຍດຫຼາຍ ຊ່ວຍປ້ອງກັນ “ມະເຮັງ”

493

ຜັກປັງເປັນຜັກທີ່ມີຄຸນຄ່າສານອາຫານທີ່ຄົນນິຍົມນຳມາຜັດ ແລະ ຕົ້ມຈືດ ເຊິ່ງໃນຍີ່ປຸ່ນກໍຈະມີຜັກຊະນິດນີ້ຈຳໜ່າຍໃນຊ່ວງປາຍລະດູຮ້ອນເຖິງລະດູໃບໄມ້ຫຼົ່ນ ໂດຍມີຊື່ໃນພາສາຍີ່ປຸ່ນວ່າ ສຶຣຸມູຣາຊາກິ (ツルムラサキ) ເຮົາມາຮູ້ຄຸນຄ່າສານອາຫານທີ່ດີມີປະໂຫຍດຕໍ່ຮ່າງກາຍ ແລະ ວິທີການນຳເອົາຜັກຊະນິດນີ້ມາຮັບປະທານແບບຄົນຍີ່ປຸ່ນກັນດີກວ່າ.

ຜັກປັງ ແລະ ຄຸນຄ່າສານອາຫານ

ສຶຣຸມູຣາຊາກິ ຫຼື ຜັກປັງ ຫຼື ຊື່ພາສາອັງກິດວ່າ Malabar spinach ເປັນຜັັກທີ່ມີໃບສີຂຽວເຂັ້ມ ມີກ້ານສີມ່ວງ ແລະ ສີຂຽວ (ປັດຈຸບັນຈະຫາຊື້ຜັກທີ່ມີກ້ານສີຂຽວໄດ້ງ່າຍກວ່າກ້ານສີມ່ວງ) ເມື່ອນຳມາປຸງໃຫ້ສຸກຈະມີລັກສະນະເມືອກ ແລະ ມີກິ່ນເໝັນຂຽວເລັກໜ້ອຍ ສຶຣຸມູຣາຊາກິມີຄຸນຄ່າສານອາຫານດັ່ງນີ້:

ເບຕ້າແຄໂຣທີນ ເຊິ່ງຈະປ່ຽນເປັນວິຕາມິນເອໃນຮ່າງກາຍ ມີປະໂຫຍດໃນການຊ່ວຍບຳລຸງສາຍຕາ ແລະ ຊ່ວຍຄົງສະພາບຄວາມແຂງແຮງຂອງເຍື່ອເມືອກ ແລະ ຜິວໜັງ.

ວິຕາມິນຊີ ເຊິ່ງເປັນວິຕາມິນທີ່ຈຳເປັນສຳລັບການສ້າງຄໍລາເຈນອັນເປັນອົງປະກອບສຳຄັນຂອງຜິວໜັງ ແລະ ຊ່ວຍເສີມສ້າງພູມຄຸ້ມກັນຂອງຮ່າງກາຍໃຫ້ແຂງແຮງ.

ແຄວຊຽມ ເຊິ່ງຊ່ວຍເສີມສ້າງຄວາມແຂງແຮງຂອງກະດູກ ແລະ ແຂ້ວ ແລະ ຊ່ວຍປັ້ງກັນພະຍາດກະດູກພຸນ.

ແມັກນີຊຽມ ເຊິ່ງເປັນແຮ່ທາດທີ່ມີບົດບາດສຳຄັນຕໍ່ການເຮັດວຽກຂອງເອນໄຊໃນຮ່າງກາຍຫຼາຍກວ່າ 300 ຊະນິດ ແລະ ການເຮັດວຽກຂອງເສັ້ນປະສາດ ແລະ ກ້າມຊີ້ນ.

ມິວຊິນ (Mucin) ເຊິ່ງເປັນສານເມືອກໃນທີ່ພົບໃນມືເສືອ ແລະ ກະຈ໊ຽບຂຽວ ສານຊະນິດນີ້ຊ່ວຍເສີມສ້າງຄວາມແຂງແຮງຂອງຜະໜັງກະເພາະອາຫານ ແລະ ພູມຄຸ້ມກັນຂອງຮ່າງກາຍ.

ນອກຈາກນີ້ວິຕາມິນຊີ ແລະ ເບຕ້າແຄໂຣທີນທີ່ມີຫຼາຍໃນຜັກຊະນິດນີ້ຈະເຮັດໜ້າທີ່ເປັນສານຕ້ານອະນຸມູນອິດສະຫຼະ ສົ່ງຜົນຊ່ວຍປ້ອງກັນພະຍາດເຊິ່ງເກີດຈາກການດຳເນີນຊີວິດປະຈຳວັນເຊັ່ນ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈ ອີກທັງຍັງມີການສຶກສາທີ່ພົບວ່າ ເບຕ້າແຄໂຣທີນ ມີຜົນໃນການປ້ອງກັນພະຍາດມະເຮັງຊ່ອງປາກ ສຶຣຸມູຣາຊາກິເຊິ່ງເປັນຜັກທີ່ອຸດົມໄປດ້ວຍເບຕ້າແຄໂຣທີນ ຈຶ່ງເປັນໜຶ່ງໃນຜັກທີ່ຄົນຍີ່ປຸ່ນເຊື່ອວ່າປ້ອງກັນພະຍາດມະເຮັງໄດ້.

ວິທີການນຳຜັກສຶມາຣຸມູຣາຊາກິ ຫຼື ຜັກປັງມາຮັບປະທານຂອງຄົນຍີ່ປຸ່ນມີດັງນີ້:

ຍຳຍີ່ປຸ່ນ ຫຼື ໂອຮິຕາຊິ: ມີວິທີການງ່າຍໆ ພຽງນຳຜັກປັງມາເດັດແຍກສ່ວນໃບ ແລະ ກ້ານອອກ ແລະ ແຍກຕົ້ມໃນນ້ຳຟົດ ໂດຍໃສ່ກ້ານລົງໄປຕົ້ມກ່ອນປະມານ 2 ນາທີ ແລ້ວໃສ່ໃບຕຕົ້ມປະມານ 1 ນາທີ ລ້າງດ້ວຍນ້ຳເຢັນ ບີບນ້ຳອອກເລັກໜ້ອຍກ່ອນນຳມາຄົນໃນສ່ວນປະສົມເມນທະສຶຍຸ ຫຼື ໂຊຍຸ ແລະ ໃສ່ປາໂບນິໂຕະແຫ້ງລົງໄປ.

ຊຸບມິໂຊະ: ຊຸບມິໂຊະຜັກປັງເປັນອີກເມນູຍອດນິຍົມຂອງຄົນຍີ່ປຸ່ນ ມິໂຊະຈະຊ່ວຍຫຼຸດລົດຂົມ ແລະ ກິ່ນເໝັນຂຽວຂອງຜັກປັງໄດ້ດີ.

ຜັດ: ການຜັດດ້ວຍນ້ຳມັນຈະຊ່ວຍໃຫ້ຮ່າງກາຍດູດຊຶມເບຕ້າແຄໂຣທີນ ເຂົ້າສູ່ຮ່າງກາຍໄດ້ດີ.

ຜັກສຶມາຣຸມູຣາຊາກິ ຫຼື ຜັກປັງເປັນຜັກທີ່ມີລົດຊາດແຊບ ແລະ ມີປະໂຫຍດຕໍ່ຮ່າງກາຍຫຼາຍ ບ້ານເຮົາຫາຊື້ໄດ້ງ່າຍ ແລະ ນິຍົມນຳມາລວກຈ້ຳແຈ່ວກັນ ຫາກມັກການປຸງແບບຍີ່ປຸ່ນກໍລອງເຮັດກິນເບິ່ງໄດ້.