ກອງທຶນສົ່ງເສີມເອັສເອັມອີ ໄດ້ສະໜອງສິນເຊື່ອ ມູນຄ່າ 412,95 ຕື້ກີບ ໃຫ້ແກ່ພາກທຸລະກິດເພື່ອຟື້ນຟູຈາກຜົນກະທົບໂຄວິດ – 19

777

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ( ສສຊ ) ຕິດພັນກັບວຽກງານຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ພະຈິກ 2021.


ທ່ານລັດຖະມົນຕີ ກ່າວວ່າ: ສຳລັບເລື່ອງບັນດາມາດຕະການ, ນະໂຍບາຍສໍາລັບຜູ້ປະກອບການ SME ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ພາຍໃຕ້ “ ໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ – 19 ບ້ວງເງິນກູ້ຢືມຈາກທະນາຄານໂລກ ຈໍານວນ 40 ລ້ານໂດລາສະຫະລັດ,  ກະຊວງ ອຄ, ກົມສົ່ງເສີມ SME ໂດຍປະສານກັບພາກສ່ວນກ່ຽວຂ້ອງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນທະນາຄານໂລກ ເຊິ່ງເຊັນສັນຍາສະໜອງທຶນ ຈໍານວນ 13 ລ້ານໂດລາ ໃຫ້ 5 ທະນາຄານທຸລະກິດ ເພື່ອຊ່ວຍໃຫ້ພາກທຸລະກິດສາມາດເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າໄລຍະຍາວໃນການຮັບມືກັບຜົນກະທົບຈາກໂຄວິດ – 19.


ເລີ່ມແຕ່ມີການລະບາດໃນຕົ້ນປີ 2020 ຈົນເຖິງປັດຈຸບັນ ເພື່ອໃຫ້ທຸລະກິດສາມາດເອົາຕົວລອດໃນໄລຍະວິກິດ ແລະ ສາມາດຟື້ນຟູພາຍຫຼັງການແຜ່ລະບາດຂອງພະຍາດ, ປັດຈຸບັນນີ້ກອງທຶນສົ່ງເສີມ SME ສາມາດສະໜອງສິນເຊື່ອທັງໝົດໃຫ້ຈຸນລະວິສາຫະກິດ, ວິສາຫະກິດ SME ທີ່ມາຈາກ 16 ແຂວງທົ່ວປະເທດ ຈໍານວນ 638 ຫົວໜ່ວຍ ມູນຄ່າ 412,95 ຕື້ກີບ. ພ້ອມກັນນັ້ນ, ກອງທຶນສົ່ງເສີມ SME ຍັງໄດ້ສະໜັບສະໜູນທຶນໂຄງການວິຊາການ ເພື່ອຊຸກຍູ້ສົ່ງເສີມ SME ໃນຂອບເຂດທົ່ວປະເທດ ລວມທັງໝົດ 75 ໂຄງການ ເປັນມູນຄ່າ 5,1 ຕື້ກວ່າກີບ.


ນອກນັ້ນຈາກ, ຍັງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໃນວຽກງານການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງ ແລະ ດຳເນີນທຸລະກິດ ແລະ ການເຈາະຕະຫຼາດໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ Startups ເປັນຕົ້ນແມ່ນ: ໄດ້ນຳສະເໜີແຜນໂຄງການ “ ຂໍ້ລິເລີ່ມໃນການສະໜັບໜູນຄວາມເປັນຜູ້ປະກອບການ MSME ແລະ Startups ໃຫ້ແກ່ຊາວໜຸ່ມ ແລະ ແມ່ຍິງ ເພື່ອຟື້ນຟູຈາກຜົນກະທົບຂອງໂຄວິດ – 19; ໂຄງການ “ ສ້າງສູນພັດທະນາຜູ້ປະກອບກິດຈະການດ້ານນະວັດຕະກຳ ແລະ Startup ” ພາຍໃຕ້ແຜນແມ່ບົດພັດທະນາແລວທາງເສດຖະກິດ ລາວ – ຈີນ ເພື່ອສ້າງສູນກໍ່ສ້າງຜູ້ປະກອບກິດຈະການ, ເປັນບ່ອນສ້າງວິຊາຊີບ, ໃຫ້ຄຳປຶກສາ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ທີ່ສົນໃຈຢາກເປັນຜູ້ປະກອບກິດຈະການ.