ຖ້າທ່ານຮູ້ 8 ປະໂຫຍດນີ້ ຕ້ອງປ່ຽນໃຈມາກິນຜັກປອດສານພິດແນ່ນອນ

499

ຜັກປອດສານ ຫຼື ຜັກປອດສານພິດ ໝາຍເຖິງຜົນຜະລິດຂອງພືດຜັກທີ່ບໍ່ມີສານເຄມີປ້ອງກັນ ແລະ ກຳຈັດສັດຕູພືດຕົກຄ້າງຢູ່ ຫຼື ມີຕົກຄ້າງຢູ່ແຕ່ບໍ່ເກີນລະດັບ ມາດຕະຖານທີ່ກະຊວງສາທາລະນະສຸກກຳນົດໄວ້.

ຂໍ້ມູນສ່ວນໜຶ່ງລະບຸວ່າ “ຜັກປອດສານພິດ”ໝາຍເຖິງ ຜັກທີ່ມີຂະບວນການຜະລິດມີການໃຊ້ສານເຄມີສັງເຄາະ (ເຊັ່ນທາດອາຫານເລັ່ງການຈະເລີນເຕີບໂຕ ປຸຍອິນຊີຕ່າງໆ) ພຽງແຕ່ສານເຄມີສັງເຄາະດັ່ງກ່າວ ຈະບໍ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ ເມື່ອເຖິງເວລາເກັບກ່ຽວ ສານເຄມີສັງເຄາະເຫຼົ່ານີ້ຈະບໍ່ມີສານພິດຕົກຄ້າງຢູ່(ເນື່ອງຈາກເປັນກຸ່ມປຸຍເຄມີຈຸລາທາດຕ່າງໆ ຊຶ່ງມີຢູ່ໃນໃບພືດຢູ່ແລ້ວ)

ສະຫຼຸບແລ້ວ ຜັກປອດສານ ຫຼື ຜັກປອດສານພິດ ກໍຄືຜັກທີ່ມີຄວາມປອດໄພຕໍ່ຜູ້ບໍລິໂພກ ບໍ່ອັນຕະລາຍຕໍ່ສຸຂະພາບ ເຊິ່ງປະຈຸບັນເລີ່ມມີຫຼາຍຂຶ້ນຢູ່ປະເທດເຮົາ ຢູ່ນະຄອນຫຼວງວຽງຈັນແມ່ນສາມາດຫາຊື້ໄດ້ຕາມຈຸດຕ່າງໆແລ້ວ ສ່ວນຕ່າງແຂວງບາງແຂວງກໍ່ລິເລີ່ມເຮັດການຜະລິດເພາະຕະຫຼາດມີຄວາມຕ້ອງການສູງ.

ແຕ່ກິນຜັກແລ້ວຈະມີຜົນດີແນວໃດນັ້ນເຮົາມາເບິ່ງ 8 ປະໂຫຍດຂອງຜັກປອດສານພິດຕາມນີ້ເລີຍ:
1. ເຮັດໃຫ້ໄດ້ຜັກທີ່ມີຄຸນນະພາບ ບໍ່ມີສານພິດຕົກຄ້າງ ມີຄວາມປອດໄພຕໍ່ຜູ້ບໍລິໂພກ.
2. ການບໍລິໂພກຜັກທີ່ປອດສານພິດໃນປະລິມານທີ່ເໝາະສົມເປັນປະຈຳ ຈະຊ່ວຍເຮັດໃຫ້ຮ່າງກາຍມີສຸກະພາບທີ່ດີ ມີຄວາມແຂງແຮງ ບໍ່ເຈັບໄຂ້ງ່າຍ ເຮັດໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ.

3. ຊ່ວຍເຮັດໃຫ້ຊາວກະສິກອນຜູ້ປູກ ມີສຸຂະພາບອານາໄມທີ່ດີຂຶ້ນ ຫາກຊາວກະສິກອນບໍ່ມີການສີດພົ່ນສານເຄມີປ້ອງກັນ.
4. ຊ່ວຍຫຼຸດປະລິມານການນຳເຂົ້າສານເຄມີປ້ອງກັນ ແລະ ສານກຳຈັດສັດຕູພືດຈາກຕ່າງປະເທດ.
5. ຊ່ວຍຫຼຸດຕົ້ນທຶນການຜະລິດຂອງຊາວກະສິກອນໃນດ້ານຄ່າໃຊ້ຈ່າຍຕ່າງໆ ເຊັ່ນມີຄ່າໃຊ້ຈ່າຍໃນການຊື້ສານເຄມີປ້ອງກັນ ແລະ ກຳຈັດສັດຕູພືດທີ່ຫຼຸດລົງ.
6. ກະສິກອນມີລາຍໄດ້ເພີ່ມຫຼາຍຂຶ້ນຈາກການປູກຜັກປອດສານພິດ ເນື່ອງຈາກໄດ້ຜົນຜະລິດທີ່ມີຄຸນນະພາບ ເຮັດໃຫ້ຂາຍໄດ້ໃນລາຄາທີ່ສູງຂຶ້ນ.

7. ຊ່ວຍຫຼຸດປະລິມານສານເຄມີເຊິ່ງເປັນພິດທີ່ຈະປົນເປື້ອນເຂົ້າໃນດິນ ໃນອາກາດ ແລະ ໃນນ້ຳ ຈຶ່ງເປັນການຊ່ວຍອະນຸລັກຊັບພະຍາກອນທຳມະຊາດ ແລະ ຫຼຸດມົນລະພິດຂອງສິ່ງແວດລ້ອມໄປໄດ້ອີກທາງໜຶ່ງ.
8. ການບໍລິໂພກປອດສານພິດນອກຈາກຈະຊ່ວຍເຮັດໃຫ້ຊີວິດປອດໄພແລ້ວ ຍັງນ້ອມນຳສູ່ຊີວິດທີ່ພໍພຽງ ທັງໃນແງ່ຂອງຜູ້ຄ້າເອງ ຫາກຮູ້ຈັກພໍພຽງ ບໍ່ໂລບ ກໍຈະບໍ່ເອົາລັດເອົາປຽບຜູ້ບໍລິໂພກ.

ຈາກ: ຕະຫຼາດລາວ