ຍູເວນຕຸສ ຊັອກ! ຖືກຊາສຊູໂອໂລ່ ບຸກເຊືອດຄາບ້ານ 2-1 ໃນເສິກກັນໂຊ

611
Juventus' Alvaro Morata, left, in action with Sassuolo's Domenico Berardi during the Italian Serie A soccer match between Juventus and Sassuolo at the Allianz Stadium in Turin, Italy, Wednesday, Oct. 27, 2021. (Fabio Ferrari /LaPresse via AP)

ຢູເວນຕຸສເສຍໃຫ້ ຊາສຊູໂອໂລ່ ຄາບ້ານ 1-2 ຢຸດສະຖິຕິໄຮ້ຜ່າຍແພ້ 9 ເກມຕິດທຸກລາຍການ ໃນບານເຕະກັນໂຊ່ ເຊເລຍອາ ອິຕາລີ.


ບານເຕະກັນໂຊ່ ເຊເລຍ ອາ ອິຕາລີ ນັດກາງອາທິດ ລະຫວ່າງມ້າລາຍ ຍູເວນຕຸສ ລົງຫຼິ້ນນັດທີ 10 ຂອງລະດູການ ເປີດອັນລິອັນ ສະເຕດ້ຽມ ເມືອງຕູລິນ ຮັບການມາຢາມຂອງ ຊາສຊູໂອໂລ່.


ເກມນີ້ຢູເວນຕຸສ ໂລເຕຊັ່ນດ້ວຍການໃຫ້ ເດີ ລີກ ລົງຄຸມຫຼັງ ແລະ ເຄຍຊ່າ ກັບມາເປັນຕົວຈິງອີກຄັ້ງ.ສ່ວນດີບາລ່າ ກໍໄດ້ລົງຕົວຈິງໃນແດນໜ້າ. ດ້ານທີມຢາມ ກໍຕ້ອງໄດ້ປັບບາງຕຳແໜ່ງ ດ້ວຍການໃຫ້ນັກເຕະແບບ ອາຍຮານ ແລະ ເດີເຟຣນ ລົງກ່ອນ ໃນຂະນະທີ່ ຕຣາໂອເຣ່ ລົງແທນ ຍູຣິຊິດ ທີ່ມີອາກາດບາດເຈັບ. ຜົນປະກົດວ່າ ເຄິ່ງທຳອິດຍູເວນຕຸສ ເປັນຝ່າຍຄອງເກມບຸກໄດ້ຫຼາຍກວ່າ ໂດຍໃນຊ່ວງ 30 ນາທີທຳອິດ ຍິງບໍ່ຊື່ປະຕູເລີຍ ຂະນະທີ່ທີມຢາມອາໄສເກມຮັບປ້ອງກັນໄດ້ເປັນຢ່າງດີ.

ທ້າຍເຄິ່ງທຳອິດນາທີ 43 ກາຍເປັນ ຊາສຊູໂອໂລ່ ເປັນຝ່າຍໄດ້ປະຕູອອກນຳ 1-0 ຈາກຈັງຫວະທີ່ ເກກໍຣີ ຈ່າຍບານໃຫ້ ດາວິເດ ຫຼຸດເຂົ້າມາໃນຂອບເຂດໂທດກ່ອນທີ່ຈະຍິງໜີມື ມັດເຕຍ ແລະ ຈົບເຄິ່ງທຳອິດດ້ວຍຄະແນນີ້.
ເຄິ່ງຫຼັງ ຍູເວນຕຸສບຸກຢ່າງໜັກ ເພື່ອຫວັງທີ່ຈະຕີສະເໝີໃຫ້ໄດ້ ຈົນມາປະສົບຄວາມສຳເລັດໃນນາທີ 76 ຍູເວນຕຸສໄດ້ປະຕູຕີສະເໝີ 1-1 ຈາກຈັງຫວະລູກ ໃໝທາງຝັ່ງຂວາ ແລະ ເປັນເວສຕັສ ເອົາຫົວໂໝ່ງເຂົ້າໄປ.


ເກມທຳທ່າວ່າຈະຈົບລົງດ້ວຍຜົນສະເໝີ ແຕ່ແລ້ວຊ່ວງທົດເວລາບາດເຈັບ ນາທີ 90+4 ກາຍເປັນ ຊາສຊູໂອໂລ່ ໄດ້ປະຕູຂຶ້ນນຳ 2-1 ຈາກແມັກຊິມ ແລະ ກາຍເປັນປະຕູໄຊຊະນະໃນເກມນີ້.