ບໍ່ເລືອກຄົນໃດໂຄວິດນິ ລາຍລະອຽດ 5 ຄົນເສຍຊີວິດໃໝ່ ໃນນັ້ນມີ ຊາຍອາຍຸ 16 ປີ, ແຂງແຮງດີ

3688

ລາຍລະອຽດຜູ້ເສຍຊີວິດໃໝ່ 5 ຄົນ ກໍລະນີ 41-45 ຜົນກວດວັັນທີ 18 ຕຸລາ 2021 ມີດັ່ງນີ້:
1 ຜູ້ທີ 1 ເພດຊາຍ, ອາຍຸ 35 ປີ, ອາຊີບ: ກໍາມະກອນ, ບ້ານທ່າດິນແດງເໜຶອ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
ວັນທີ 24 ສິງຫາ 2021: ຜູ້ກ່ຽວໄດ້ເຂົ້າຝາກສູນດັດສ້າງ, ໄດ້ສັກຢາວັກຊີນ J &J ; ມີພະຍາດປະຈຳຕົວ ມີບັນຫາທາງພະຍາດລະບົບຫາຍໃຈ, ຊື່ງລັກສະນະຂອງຜູ້ກ່ຽວເປັນຄົນຈ່ອຍຜ່ອມ ແລະ ຂາດສານອາຫານ
ມີອາການປວດຕາມຕົນໂຕ ແລະ ເຈັບຫົວຕະຫລອດ

ວັນທີ 12 ຕຸລາ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນຜົນກວດອອກມາພົບເຊື້ອ; ໄລຍະເວລາຕິດຕາມ ແລະ ປິ່ນປົນ ແຕ່ວັນທີ 12-17/10/2021 ເປັນເວລາ 07 ມື້.
ມາຮອດເວລາ 14:00 ນາທີ ຂອງວັນທີ 17/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ

2 ຜູ້ທີ 2: ເພດຊາຍ, ອາຍຸ 65 ປີ, ອາຊີບ:ຊາວນາ, ບ້ານຫຼັກ 35, ເມືອງຈໍາພອນ, ແຂວງສະຫວັນນະເຂດ.
ຍັງບໍ່ທັນໄດ້ຮັບການສັກຢາວັກຊິນເທື່ອ; ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ມາໄດ້ 10 ປີ ແລະ ກິນຢາປະຈໍາ; ເວລາ 12:40 ໂມງ ຂອງວັນທີ 17 ຕຸລາ 2021: ຄົນເຈັບໄດ້ມາກວດ ໂດຍຜ່ານຈຸດຂັດກອງສຸກເສີນ ຂອງໂຮງໝໍແຂວງ ຍ້ອນມີອາການໄຂ້, ໄອ, ອິດເມື່ອຍ, ຫາຍໃຈຝືດ ເປັນມາໄດ້ 05 ວັນ.

ໄດ້ເກັບຕົວຢ່າງກວດຫາເຊື້ອ COVID 19 ໃນເບື້ອງຕົ້ນດ້ວຍ rapid antigen test (-); ເວລາ 13:00 ໂມງ: ຄົນເຈັບໄດ້ໄປນອນຢູ່ຕຶກຂັດກອງ ດ້ວຍອາການຫາຍໃຈຍາກ, ອິດເມື່ອຍ, ເຫື່ອໃຄຄາວຊຶມ ແລະ ກະວົນກະວາຍ ແລະ ລໍຖ້າຜົນກວດຫາເຊື້ອພະຍາດໂຄວີດ-19ດ້ວຍ PCR
ເວລາ 10:00 ໂມງຂອງວັນທີ 18 ຕຸລາ 2021: ຜູ້ກ່ຽວນອນປີ່ນປົວຢູ່ຕຶກຂັດກອງ ແລະ ມີອາການ ອິດເມື່ອຍ ແລະ ສະຕິງ້ວງນອນຊຶມ, ຄົນເຈັບມີອາການຫາຍໃຈຍາກ (ຫາຍໃຈປາ), ມີອາການກໍ່າແຫຼ້, ບໍ່ຮູ້ສະຕິ ໄດ້ນອນແຍກຢູ່ຫ້ອງມໍລະສຸມ, ແພດໝໍໄດ້ພະຍາຍາມສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ອາການຜູ້ກ່ຽວບໍ່ດີຂື້ນ ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ ແລະ ຜົນກວດ PCR ພົບຕິດເຊື້ອພະຍາດໂຄວິດ-19

3 ຜູ້ທີ່3 ເພດຊາຍ, ອາຍຸ 16 ປີ, ອາຊີບ: ນັກຮຽນ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ
ຄົນເຈັບແຂງແຮງດີ, ບໍ່ມີພະຍາດປະຈໍາໂຕ, ຊ່ວງມີການລະບາດຂອງພະຍາດ ຄົນເຈັບຫລີ້ນແຕ່ໂທລະສັບຢູ່ໃນຫ້ອງຄົນດຽວ, ກີນດື່ມບໍ່ປົກະຕິ
ວັນທີ 17 ຕຸລາ 2021 ໄຂ້,ໄອ ແລະ ຫາຍໃຈຫອບ; ເວລາ 17 ໂມງ 00 ນາທີ ຂອງວັນທີ 18 ຕຸລາ 2021 ຄົນເຈັບຫາຍໃຈຫອບຫຼາຍ, ແໜ້ນເອິກແຮງ ຈື່ງໄດ້ເຂົ້າມາໂຮງໝໍເມືອງແກ້ວອຸດົມ ພ້ອມທັງເກັບຕົວຢ່າງ ຜົນກວດພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ນໍາສົງເຂົ້າສູນປີ່ນປົວໂຄວິດໂພນໂຮງ ເວລາ 19 ໂມງ 30 ນາທີ

ຄົນເຈັບງ້ວງຊຶມ ອ່ອນເພຍ, ຫາຍໃຈຫອບຕື້ນ , ຕົນໂຕລາຍ, ກໍ່າແຫຼ້ຕາມຮີມສົບ, ຕີນມືເຢັນ, ເຫືອຊຶມ ອາການຊີວິດບໍ່ດີ , ແພດໝໍໄດ້ສຸມທຸກກຳລັງເຊີດຊູ ແຕ່ອາການບໍ່ຕອບສະໜອງ ແລະ ເສຍຊີວິດ ເວລາ 01 ໂມງ 30 ນາທີ ຂອງວັນທີ 19 ຕຸລາ 2021

4 ຜູ້ທີ່4 ເພດຍີງ ອາຍຸ 66 ປີ, ອາຊີບ: ຫວ່າງງານ. ບ້ານ ຫ້ວຍນ້ຳເຢັນ ເມືອງ ນາຊາຍທອງ ແຂວງ ນະຄອນຫລວງ
ຜູ້ກ່ຽວ ຕິດເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ ໃນວັນທີ 12/10/2021; ພະຍາດປະຈຳຕົວ ເບົາຫວານ,ຄວາມດັນເລືອດສູງ ແລະ ມີນ້ຳໃນທ້ອງ(ບໍ່ຮູ້ສາເຫດ).
ບໍ່ໄດ້ສັກວັນຊີນມາກ່ອນ; ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນເປັນເວລາ 7 ວັນ ແຕ່ວັນທີ 12/10/2021-18/10/2021, ໄລຍະເວລາປີ່ນປົວຜູ້ກ່ຽວກໍ່ມີອາການໜັກມາແຕ່ເບື້ອງຕົ້ນ, ແພດໝໍໄດ້ປີ່ນປົວ ແລະ ຕິດຕາມຢ່າງໃກ້ຊິດ, ຮອດເວລາ 13:00 ໂມງຂອງວັນທີ 18/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ.

5 ຜູ້ທີ່ 5 ເພດຍິງ, ອາຍຸ 51 ປີ, ອາຊີບ ແມ່ເຮືອນ, ບ້ານໂພນໄຊ, ນະຄອນຫລວງພະບາງ, ແຂວງຫລວງພະບາງ
ໄດ້ຮັບການສັກຢາວັກຊີນຊີໂນຟາມຄົບ 02 ເຂັມ; ພະຍາດປະຈໍາຕົວ: ພະຍາດເບົາຫວານ, ໜາກໄຂ່ຫຼັງຊຸດໂຊມ; ວັນທີ 12 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມານອນປີ່ນປົວ ຢູ່ໂຮງໝໍແຂວງຫລວງພະບາງ ຍ້ອນອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ແລະ ໃນມື້ດຽວກັນນັ້ນ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19

ວັນທີ 13 ຕຸລາ 2021 ຜົນກວດພົບເຊື້ອພະຍາດໂຄວິດ-19
ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-18 ຕຸລາ 2021 ເປັນເວລາ 09 ວັນແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູຜູ້ກ່ຽວ ຮອດ ເວລາ 17 ໂມງ 55 ນາທີ ຂອງວັນທີ 18 ຕຸລາ 2021 ຜູ້ກ່ຽວບໍ່ມີອາການຕອບສະໜອງແລະ ໄດ້ເສຍຊີວິດ.