ຕາມຫາດ່ວນ 5 ຄົນທີ່ຕິດເຊື້ອໂຄວິດ ແຕ່ພວກບໍ່ສາມາດຕິດຕໍ່ໄດ້ ລາຍຊື່ຕາມນີ້

2088

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼວງວ່າ ມາຮອດວັນທີ 17 ຕຸລາ 2021 ຈາກຜົນກວດວິເຄາະ ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 285 ຄົນດ ນໍາເຂົ້າ 6 ຄົນ ຈາກນະຄອນຫຼວງວຽງຈັນ 2 ຄົນ, ໄຊຍະບູລີ 2 ຄົນ, ບໍ່ລິຄໍາໄຊ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ

ມາຮອດປັດຈຸບັນນີ້ ຍັງມີ 5 ຄົນທີ່ຕິດເຊື້ອ ແຕ່ພວກເຮົາບໍ່ສາມາດຕິດຕໍ່ໄດ້ເທື່ອ ແຕ່ພວກເຮົາກໍ່ໄດ້ພົວພັນກັບອຳນາດປົກຄອງບ້ານ ກໍ່ຄື ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອນຳເອົາຜູ້ກ່ຽວ ເຂົ້າຮັບການປິ່ນປົວໂດຍໄວ, ເຊິ່ງມີລາຍລະອຽດດັ່ງນີ້

1 ນາງຄຳໄສ ເພັງເມືອງຄູນ 34 ປີ, ເມືອງນາຊາຍທອງ, ບ້ານສີີເກີດ
2 ນ ທອງປອນ 32 ປິ, ເມືອງຈັນທະບູລີ, ບ້ານດົງປ່າແຫຼບ

3 ທ. ແຈັກ ພິມມະສອນ 34 ປີ, ເມືອງຫາດຊາຍຟອງ, ບ້ານນາໄຫ
4 ນ. ໝອນ ສາລີວົງ 30 ປີ, ເມືອງໄຊທານີ, ບ້ານດອນໜູນ

5 ລຸງທອງລຸນ 70 ປີ, ບໍ່ຮູ້ທີ່ຢູ່
ໃຜທີ່ຮູ້ຈັກພວກຄົນເຫຼົ່ານີ້ແມ່ນໃຫ້ຕິດຕຊ່ກັບທາງຄະນະສະເພາະກິດດ່ວນ ເພື່ອຮັບການປິ່ນປົວ ແລະ ບໍ່ໃຫ້ເຊື້ອກະຈາຍ ຫຼື ເກີດອັນຕະລາຍໄດ້ຫາກບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງ
ຕິດຕໍ່ໄດ້ທີ່ ສາຍດ່ວນ 165 ຫຼື 166 ສໍາລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166)