ຮູ້ຈັກກົດລະບຽບ ກ່ອນເຂົ້າຮ່ວມງານມະຫາກໍາກີລາແຫ່ງຊາດ

735

ສໍາລັບ ງານມະຫາກໍາກີລາແຫ່ງຊາດ ແມ່ນສໍາເລັດໄປແລ້ວ 10 ຄັ້ງໃນປະຫວັດສາດຂອງວົງການກີລາລາວ ເຊິ່ງກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຂົ້າພາບແມ່ນຖືກເລື່ອນມາຫຼາຍຄັ້ງແລ້ວ ແລະ ຕ້ອງລຸ້ນກັນຕໍ່ໄປວ່າທ້າຍປີນີ້ຈະສາມາດຈັດຂຶ້ນໄດ້ບໍ.

ຢ່າງໃດກໍຕາມ, ມື້ນີ້ທາງທີມຂ່າວເສດຖະກິດ-ການຄ້າ ຈະພາໄປເບິ່ງກົດລະບຽບການປະຈໍາກີລາແຫ່ງຊາດ ຄັ້ງຫຼັງສຸດ ໂດຍກະຊວງສຶກສາທິການ ແລະ ກີລາ ໄດ້ອອກຂໍ້ກໍານົດ ວ່າດ້ວຍການຈັດງານມະກາກໍາກີລາແຫ່ງຊາດ ເລກທີ 748 / ສສກ.ກສ ລົງວັນທີ 23 ພຶດສະພາ 2013.

#ພາກທີ III ວ່າດ້ວຍ ລະບຽບການແຂ່ງຂັນ
+ມາດຕາ 8: ສຳລັບການແຂ່ງຂັນກີລາແຫ່ງຊາດ, ອະນຸຍາດໃຫ້ນັກກີລາຜູ້ໜຶ່ງເຂົ້າແຂ່ງຂັນໄດ້ 1 ປະເພດ, ແຕ່ສາມາດແຂ່ງຂັນໄດ້ຫຼາຍລາຍການຂອງປະເພດກີລາທີ່ຕົນສະໝັກເຂົ້າຮ່ວມແຂ່ງຂັນຕາມລະບຽບການຂອງປະເພດກີລາທີ່ສະຫະພັນກີລາແຫ່ງຊາດວາງອອກ.

-ສໍາລັບປະເພດກີລາທີ່ບັນຈຸເຂົ້າໃນການແຂ່ງຂັນຖ້າບໍ່ມີເຖິງ 04 ຄະນະ( 04 ພາກສ່ວນ ) ຈະບໍ່ໄດ້ຈັດການແຂ່ງຂັນ
-ແຕ່ລະລາຍການແຂງຂັນ ຂອງກີລາປະເພດໃດໜຶ່ງ, ຖ້າຫາກບໍ່ມີນັກກີລາເຂົ້າຮ່ວມແຂ່ງຂັນໃນລາຍການນັ້ນເຖິງ 03 ຄົນ ຈະບໍ່ໄດ້ຈັດການແຂງຂັນ.
+ມາດຕາ 9: ການແຂ່ງຂັນກີລາແຕ່ລະປະເພດໃຫ້ປະຕິບັດໃຫ້ປະຕິບັດຕາມລະບຽບ ທີ່ກົມກີລາລະດັບສູງຮວມກັບສະຫະພັນກີລາແຫ່ງຊາດວາງອອກ ໂດຍຜ່ານການເຫັນດີ ຂອງກະຊວງສຶກສາທິການ ແລະ ກີລາ,

+ມາດຕາ 10: ຈໍານວນນັກກີລາແຕ່ລະປະເພດທີ່ຈະເຂົ້າຮ່ວມແຂ່ງຂັນກີລາແຫ່ງ
ຊາດແມ່ນປະຕິບັດຕາມລະບຽບ ແລະກະຕິກາຂອງແຕ່ລະປະເພດກີລາຕາມມາດຕາ 9.