ວິທີປູກເຫັດ ນາງຟ້າ ດ້ວຍເຟືອງແຫ້ງ ແບບງ່າຍ

740

ເຫັດນາງຟ້າ ເປັນເຫັດທີ່ນິຍົມກັນກິນຫຼາຍ ເພາະເປັນເຫັດທີ່ເພາະປູກຂຶ້ນມາ, ເປັນເຫັດທີ່ບໍ່ເປື້ອນ ສະດວກຕອນລ້າງ ແລະ ບໍ່ສ່ຽງຄືກັບເຫັດທີ່ເກີດທຳມະຊາດອີກດ້ວຍ, ທີ່ສຳຄັນສາມາດນຳໄປປຸງແຕ່ງໄດ້ຫຼາຍເມນູບໍ່ວ່າຈະເປັນ: ແກງ, ເອາະ, ໝົກ, ລວກ, ຂົ້ວ, ປີ້ງຕຳແຈ່ວ ແລະ ອື່ນໆໄດ້ຕາມໃຈມັກ.

ສຳລັບການປູກກໍ່ປູກງ່າຍໃຊ້ເວລາບໍ່ດົນ ເປັນເຫັດໃນຕະກູນດຽວກັບເຫັດນາງລົມ ແລະ ເຫັດເປົ໋າຮື້ ແຕ່ຈະມີໝວກດົກໜາ, ເນື້ອແໜ້ນກວ່າເຫັດນາງລົມ ເນື່ອງຈາກເຫັດນາງຟ້າ ສາມາດຈະເລີນເຕີບໂຕໄດ້ດີໃນວັດສະດຸເພາະຫຼາຍຊະນິດເຊັ່ນ: ຂີ້ເລື່ອຍ, ເຟືອງສັບ, ຫຼື ແກນສາລີ ແຕ່ວັດສະດຸທີ່ດີທີ່ສຸດແມ່ນຂີ້ເລື່ອຍໄມ້ຢາງພາລາ.

ແຕ່ສະເພາະມື້ນີ້ພວກເຮົາຈະມາແນະນຳວິທີການຜະລິດກ້ອນເຊື້ອຈາກເຟືອງ: ແມ່ນໃຊ້ສະເພາະເຟືອງທີ່ແຫ້ງດີ, ບໍ່ມີເຊື້ອລາປົນ ຫຼື ມີກິ່ນເໝັນ ສູດອາຫານທີ່ໃຊ້ຄື: ເຟືອງສັບຍາວ 2-3 ນິ້ວ 100 ໂລ, ປຸ໋ຍນາ ສູດ 16-20-0 1 ກິໂລ, ດີເກືອ 0,2 ກິໂລ, ປູນຂາວ 1 ໂລ, ຄວາມຊື້ນ 70-75%.

ສຳລັບຂັ້ນຕອນການເຮັດ: ນຳເຟືອງສັບໄປແຊ່ນໍ້າ ຫຼື ຫົດນໍ້າໃຫ້ທົ່ວ ແລ້ວປະສົມປຸ໋ຍ ແລະ ດີເກືອລົງໄປຄົນໃຫ້ເຂົ້າກັນແລ້ວເຮັດເປັນກອງສູງ ແລ້ວປົກໄວ້ດ້ວຍຜ້າຢາງ ໝັກປະໄວ້ 3 ມື້ ໃນມື້ທີ 3-4-5-6 ໃຫ້ປີ້ນກັບກອງເຟືອງທຸກມື້. ສ່ວນໃນມື້ທີ 7 ໃຫ້ໃສ່ປູນຂາວເພື່ອປັບຄວາມເປັນກົດ-ດ່າງ ແລະ ໄລ່ ກ໊າຊແອທໂມເນຍ ທີ່ເກີດຂຶ້ນລະຫວ່າງການໝັກເຟືອງໂດຍຄົນໃຫ້ເຂົ້າກັນແລ້ວໝັກຕໍ່ອີກ 1-2 ມື້.

ຈາກນັ້ນກໍ່ໃຫ້ບັນຈຸໃສ່ຖົງຢາງພາສຕິກໃສ ທີ່ໃຊ້ເພາະເຫັດ ເຊິ່ງຄວນບັນຈຸໃຫ້ໝົດພາຍໃນມື້ດຽວ ໂດຍເຫັນຖົງລະປະມານ 8 ຂີດ ເຖິງ 1 ໂລ. ເມື່ອດອັດກ້ອນເຊື້ອແໜ້ນດີແລ້ວ ໃສ່ຄໍຖົງພາສຕິກແລ້ວອັດດ້ວຍສຳລີ ແລ້ວປິດດ້ວຍເຈ້ຍແລ້ວໃຊ້ຢາງຫັດໃຫ້ແໜ້ນ.

ຈາກນັ້ນກໍນຳກ້ອນເຊື້ອເຫັດທີ່ໄດ້ໄປໜື້ງຂ້າເຊື້ອທັນທີ ໜື້ໃຊ້ເວລາປະມານ 3-4 ຊົ່ວໂມງ (ນັບຈາກນໍ້າຟົດ) ຫຼັງຈາກຄົບຕາມກຳນົດແລ້ວ ກໍ່ໃຫ້ປະໄວ້ໃຫ້ເຢັນ ແລ້ວກໍ່ນຳເອົາຫົວເຊື້ອເຫັດທີ່ກຽມໄວ້ນັ້ນໃຊ້ປະມານ 10-20 ເມັດ ນຳໄປຍັດເຂົ້າໃນກ້ອນເຊື້ອເຫັດທີ່ເຢັນແລ້ວນັ້ນ ແລ້ວຮີບປົດປາກຖົງຄືນ ແລະ ສະຖານທີ່ໃຊ້ຮ່າຍຫົວເຊື້ອລົງກ້ອນເຊື້ອນັ້ນຄວນເປັນບ່ອນທີ່ສະອາດ, ບໍ່ຖືກລົມຫຼາຍ ແລະ ທຸກຄັ້ງອຸປະກອນໃຊ້ເຂ່ຍຫົວເຊື້ອຄວນທຳຄວາມສະອາດດ້ວຍແອວກໍຮໍກ່ອນທຸກຄັ້ງ ຫຼັງຈາກນັ້ນນຳກ້ອນເຊື້ອທີ່ຍັດຫົວເຊື້ອລົງແລ້ວນັ້ນໄປບົ່ມໄວ້ໃນໂຮງບົ່ມກ້ອນເຊື້ອ ທີ່ກຽມໄວ້.

ການບົ່ມກ້ອນເຊື້ອ: ຕ້ອງບົ່ມໃຫ້ອຸນຫະພູມປົກກະຕິ ເພື່ອໃຫ້ເສັ້ນໃຍເຕີບໂຕໃນກ້ອນເຊື້ອ ໃນການຈັດວາງຫາກວາງແນວຕັ້ງບໍ່ຄວນໃຫ້ຖົງທັບຊ້ອນກັນ,  ຕ້ອງໝັ່ນປີ້ນກ້ອນເຊື້ອ ເພື່ອໃຫ້ອາກາດຖ່າຍເທສະດວກ. ໂຮງບົ່ມຕ້ອງສາມາດເກັບຄວາມຊື້ນໄດ້ໃນ ອຸນຫະພູມ 25-27 ອົງສາ, ປ່ອຍປະໄວ້ໄລຍະໜຶ່ງ ເພື່ອໃຫ້ເສັ້ນໄຍຫັດຕົວ ແລະ ສະສົມອາຫານ ກ່ອນຈະເປີດປາກກ້ອນເຊື້ອໃຫ້ໃຫ້ເກີດດອກຄ້າຍຄືເຫັດນາງລົມ.

ຫາກວາງຖົງກ້ອນເຊື້ອແນວນອນວາງຊ້ອນກັນຊັ້ນລະ 3-5 ກ້ອນ ຫຼື ລຽນໂດຍໃຊ້ເຊືອກແຂວນແລ້ວຕັດປາກເຖິງບໍລິເວນຄໍຖົງ ເພື່ອໃຫ້ດອກເຫັດອອກມາ, ວິທີຄວບຄຸມຄວາມຊື້ນໃນໄລຍະນີ້, ພົ່ນນໍ້າຝອຍໆ ຫຼື ຫົດນໍ້າທີ່ພື້ນໂຮງເພາະກໍ່ໄດ້ (ຖ້າໃຊ້ນໍ້າປະປາຄວນພັກນໍ້າໄວ້ 3-4 ມື້ ເພື່ອໃຫ້ສານຄໍຣິນ ລະເຫີຍອອກໄປກ່ອນ) ການເກັບເຫັດນາງຟ້າ ເກັບໃນຂະນະທີ່ກຸ່ມຂອງດອກຍັງບໍ່ບານເຕັມທີ່ ແລະ ຄວນເກັບເຫັດໝົດກຸ່ມນັ້ນ ບໍ່ຄວນເກັບສະເພາະດອກໃຫຍ່ອອກໄປຢ່າງດຽວ ຫາກກຸ່ມໃດດອກນ້ອຍຫຼາຍກວ່າດອກໃຫຍ່ກໍ່ຄວນປະໄວ້ໃຫ້ໃຫຍ່ກ່ອນແລ້ວຈຶ່ງເກັບ.