EVO ປັບຮູບແບບໂລໂກ້ໃໝ່ ນໍາເອົາສອງສິ່ງລວມກັນເປັນໜຶ່ງດ້ວຍຄອນເຊັບໃໝ່ Next to you

557

ຫຼັງຮັບໃຊ້ສັງຄົມມາຫຼາຍກວ່າເຄິ່ງທົດສະວັດສໍາລັບ ໂລໂກ້ ຕົວອັກສອນ EVO ແລະ ເຄື່ອງຫມາຍ DNA ທີ່ເປັນ 2 ແຊກ ຫຼ້າສຸດມື້ນີ້ວັນທີ 22 ກັນຍາ 2021 EVO ປັບຮູບແບບໂລໂກ້ໃໝ່ ເຊິ່ງລວມສອງສິ່ງເຂົ້າກັນ ດ້ວຍຄອນເຊັບໃໝ່ Next to you.

ຝ່າຍການຕະຫຼອດຂອງ EVO ເປີດເຜີຍວ່າ: “EVO” ຮູບແບບເກົ່າ ທີ່ຫຍໍ້ມາຈາກ Evolution ແປວ່າ ວິວັດທະນາການ ໂດຍໃຊ້ໂລໂກ້ “EVO” ສອງຂີດ ຖືກອອກແບບມາຈາກ DNA ຂອງມະນຸດເຊີ່ງມີການເຕີບໂຕຢ່າງບໍ່ຫຍຸດນິ່ງ ຜ່ານມາກວ່າເຄິ່ງທົດສະວັດ.

ຫຼ້າສຸດ “ EVO ” ແປງຮູບແບບໃໝ່ນຳລວມກັນເປັນໜື່ງ ດ້ວຍຄອນເຊັບໃໝ່ Next to you ກັບການຣີແບຣນຄັ້ງໃຫມ່ (Rebranding) ພວກເຮົາມຸ່ງຫວັງໃນການປັບປຸງພາບລັກແບຣນໃຫມ່ ມີການປ່ຽນໂລໂກ້ ໂດຍນຳ ເອົາທັງຕົວອັກສອນ EVO ແລະ ເຄື່ອງຫມາຍ DNA 2 ແຊກທີ່ໃຊ້ເປັນໂລໂກ້ ມາຫຼາຍກວ່າເຄິ່ງທົດສະວັດ ລວມເຂົ້າດ້ວຍກັນເປັນໜຶ່ງ ເຊິ່ງການປັບປຸງ ຈະມາພ້ອມຄອນເຊັບໃຫມ່ Next to you ບໍ່ວ່າຈະດ້ວຍສະຖານະການໃດ ການແຂ່ງຂັນແບບໃດ ແລະ ຜົນລັບແບບໃດ ພວກເຮົາພ້ອມ #ຢືນຢູ່ຄຽງຂ້າງເຈົ້າ ແລະ ໄປກັບທຸກຄົນ”

ນອກນັ້ນ, EVO ຍັງປັບກົນລະຍຸດ ທີ່ຂະຫຍາຍໃຫ້ຄອບຄຸມທຸກທ້ອງຖິ່ນ 1ແຂວງ 1ສາຂາ ການຂະຫຍາຍແບບເສື້ອຜ້າ ທີ່ໃຫ້ໄດ້ຫຼາກຫຼາຍ ສາຍກີລາຂຶ້ນມາ ເຊັ່ນ ເຄື່ອງລົດຖີບ, ບາສເກັດບອລ, ວໍເລ໌ບອລ, ແບັດມິນຕັນ… ເປັນຕົ້ນ ສືບຕໍ່ພັດທະນາ ໄອເດຍ໌ ຄວາມຄິດສ້າງສັນ ແລະ ຝີມື ການຜະລິດ ຈາກຄົນລາວ, ສິນຄ້າຄົນລາວ ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ ແລະ ພ້ອມທັງ ການປັບປຸງຜະລິດຕະພັນ ແລະ ການບໍລິການ ທີ່ຕັ້ງເປົ້າ ທີ່ຈະໄວກວ່າ ມີຄຸນນະພາບກວ່າ ຄຸ້ມຄ່າກວ່າ ໃຫ້ກັບລູກຄ້າ ແລະ ສັງຄົມ.

ຕິດຕາມຂໍ້ມູນເພີ່ມຕື່ມໄດ້ທີ່: Evo Store – ອີໂວ ສະຕໍຣ໌