ຄຳມ່ວນໜັກໜ່ວງ! ມີການລະບາດໃນຊຸມຊົນຫຼາຍເຖິງ 58 ຄົນ ຈາກ 131 ຄົນ ຕິດເຊື້ອໃນຊຸມຊົນມື້ນີ້

995

ສະພາບໂຄວິດ 19 ຢູ່ ສ ປປ ລາວ ພົບຜູ້ຕິດເຊື້ອໂຄວິດ19 ເພີ່ມຂຶ້ນກາຍແຮງງານນໍາເຂົ້າຢ່າງໜ້າຫ່ວງ ມື້ນີ້ 16 ກັນຍາ 2021 ພົບໃຫມ່ 154 ຄົນ ເຊິ່ງມີຜູ້ຕິດເຊື້ອນໍາເຂົ້າ 23 ຄົນ, ໃນຊຸມຊົນ 131 ຄົນ ຫຼາຍກວ່າໝູ່ແມ່ນແຂວງຄໍາມ່ວນ 58 ຄົນ, ຮອງລົງມາແມ່ນ ແຂວງ ສະຫວັນນະເຂດ 22 ຄົນ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວຖະແຫຼງຂ່າວ ປະຈໍາວັນທີ 16 ກັນຍາ 2021 ວ່າ ໄດ້ກວດເຊື້ອໃຫມ່ທັງໝົດ 5.270 ຄົນ ແລະ ພົບໃຫມ່ 154 ຄົນ ແຮງງານນໍາເຂົ້າ 23 ຄົນ, ຕິດເຊື້ອໃນຊຸມຊົນ 131 ຄົນ

ຄຳມ່ວນ 58 ຄົນ, ສະຫວັນນະເຂດ 22 ຄົນ, ຈຳປາສັກ 20 ຄົນ, ຫຼວງພະບາງ 13 ຄົນ
ນະຄອນຫຼວງວຽງຈັນ 9 ຄົນ, ບໍ່ແກ້ວ 6 ຄົນ, ຫຼວງນໍ້າທາ 2 ຄົນ, ສາລະວັນ 1 ຄົນ
ເປັນແຮງງານນຳເຂົ້າຈາກຕ່າງປະເທດ ສະຫວັນນະເຂດ 10 ຄົນ, ນະຄອນຫຼວງວຽງຈັນ 5 ຄົນ, ຈຳປາສັກ 3 ຄົນ, ຄຳມ່ວນ 3 ຄົນ, ສາລະວັນ 2 ຄົນ

ມາຮອດນີ້ ສປປ ລາວ ມີຜູ້ໄດ້ຮັບການກວດທັງໝົດ 497.045 ຄົນ, ພົບຜູ້ຕິດເຊື້ອສະສົມ 18.059 ຄົນ, ປິ່ນປົວຫາຍດີ 13.935 ຄົນ