ອົງພຣະພຸດທະຮູບທີ່ໃຫຍ່ທີ່ສຸດໃນປະເທດລາວໃກ້ສຳເລັດແລ້ວ

1006

ພຣະພຸດທະສາສະໜາ ແມ່ນສິ່ງທີ່ຍຶດໜ່ຽວຈິດໃຈຂອງປະຊາຊົນລາວມາເປັນເວລາຍາວນານ ໂດຍຍຶດຖືຄຳສອນຂອງພຣະພຸດທະເຈົ້າ ເພື່ອເປັນບ່ອນເພິ່ງສຳລັບຈິດໃຈນອກຈາກຫຼັກທຳຄຳສອນແລ້ວຊາວພຸດທັງຫຼາຍຍັງນັບຖື, ກາບໄຫວ້ອົງພຣະພຸດທະຮູບທີ່ສັນຍາລັກ, ເປັນຕົວແທນແກ່ຄຳສອນ.

ຫຼາຍຄົນອາດເຄີຍໄດ້ເຫັນຂ່າວການສ້າງພຣະພຸດທະຮູບໃຫຍ່ທີ່ບຶງທາດຫຼວງ ນັ້ນສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມເຫຼື້ອມໃສໃນພຣະພຸດທະສາສະໜາຫຼາຍໜ້ອຍພຽງໃດ ແລະພຣະພຸດທະຮູບອົງໃຫຍ່ທີ່ເມືອງປາກງື່ມ ແມ່ນໄດ້ກໍ່ສ້າງໄປແລ້ວ ແລະ ມີຄວາມຄືບໜ້າພໍສົມຄວນ ທີ່ 90% ແລ້ວ.

ອົງພຣະພຸດທະຮູບໃຫຍ່ອົງນີ້ແມ່ນ ຕັ້ງຢູ່ທີ່ ວັດໂພນສີສະຫວ່າງ, ບ້ານທ່າຊ້າງ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງລັກສະນະຂອງ ອົງພຣະ ແມ່ນເປັນພຣະພຸດທະຮູບປາງນັ່ງຂັດສະມາທິ ຕັດສະຮູ້ມີຂະໜາດ ຄວາມສູງ 54 ແມັດ, ກວ້າງ 30 ແມັດ.