5 ອາຫານທີ່ບໍ່ຄວນກິນ ( ຫຼາຍເກີນໄປ ) ໃນຄາບແລງ – ກ່ອນນອນ ສ່ຽງນອນບໍ່ຫຼັບ

576

“ ອາຫານ ” ສາມາດສົ່ງຜົນຕໍ່ຄຸນນະພາບໃນການນອນຫຼັບພັກຜ່ອນຂອງເຮົາໄດ້ຢ່າງທີ່ເຮົາອາດຈະຄາດບໍ່ເຖິງ ແລະ ບໍ່ແມ່ນກາເຟ ຫຼື ເຄື່ອງດື່ມທີ່ມີຄາເຟອິນເທົ່ານັ້ນທີ່ອາດລົບກວນການນອນຂອງເຮົາໄດ້ ຍັງມີບາງຊະນິດທີ່ສົ່ງຜົນຕໍ່ການນອນຂອງເຮົາອີກເຊັ່ນກັນ.

5 ອາຫານທີ່ບໍ່ຄວນກກິນຫຼາຍເກີນໄປໃນຄາບແລງ – ກ່ອນນອນ ສ່ຽງນອນບໍ່ຫຼັບ

May be an image of dessert and indoor

1 ຊັອກໂກແລັດ

ຫຼາຍຄົນລືມໄປວ່າຊັອກໂກແລັດກໍມີຄາເຟອິນຄືກັນກັບຢູ່ໃນກາເຟ ແລະ ຊາ ຖ້າກິນຫຼາຍເກີນໄປກໍອາດສົ່ງຜົນໃຫ້ນອນບໍ່ຫຼັບໄດ້ເຊັ່ນກັນ.

2 ໝາກເຜັດ

ທ່ານເຊື່ອ ຫຼື ບໍ່ວ່າ ສານແຄບເຊຊິນໃນໝາກເຜັດ ສົ່ງຜົນໃຫ້ອຸນຫະພູມໃນຮ່າງກາຍສູງຂຶ້ນ ອາດເຮັດໃຫ້ກະວົນກະວາຍ ແລະ ນອນຫຼັບບໍ່ສະບາຍໄດ້.

3 ນ້ຳໝາກໄມ້

ທ່ານອາດຈະແປກໃຈຢູ່ຈັກໜ້ອຍວ່າ ເປັນຫຍັງເຖິງຫ້າມດື່ມນ້ຳໝາກໄມ້ໃນຕອນແລງ ຫຼື ກ່ອນນອນ ໂດຍສະເພາະນ້ຳໝາກໄມ້ທີ່ມີລົດຊາດສົ້ມ ອາດສົ່ງຜົນໃຫ້ຄົນທີ່ມີຄວາມສ່ຽງພະຍາດກົດໄຫຼຢ້ອນມີອາການກຳເລີບຂຶ້ນມາໃນຕອນກາງຄືນໄດ້ນັ້ນເອງ.

May be an image of food and indoor

4 ຊີສ

ເຫດຜົນທີ່ຊີສອາດເຮັດໃຫ້ທ່ານນອນບໍ່ຫຼັບໄດ້ ເພາະຊີສບາງປະເພດມີກົດອະມິໂນໄທຣາມີນສູງ ສົ່ງຜົນໃຫ້ສະໝອງຕື່ນຕົວນັ້ນເອງຖ້າຢາກນອນຫຼັບໃຫ້ສະບາຍ ຄວນປ່ອຍໃຫ້ສະໝອງໄດ້ຜ່ອນຄາຍຈະດີກວ່າ.

May be an image of food

5 ກະທຽມ, ຫອມບົວໃຫຍ່

ກະທຽມ ແລະ ຫອມບົວໃຫຍ່ ເປັນຜັກທີ່ເພີ່ມລົມໃນທ້ອງ ອາດສົ່ງຜົນໃຫ້ທ້ອງອືດຈົນນອນບໍ່ຫຼັບໄດ້.

ເຮັດແນວໃດເຖິງຈະນອນຫຼັບໄດ້ງ່າຍໆ ໃນມື້ທີ່ນອນບໍ່ຄ່ອຍຫຼັບ

1 ຫຼີກລ່ຽງອາຫານທີ່ເຮັດໃຫ້ນອນບໍ່ຫຼັບ ເຊັ່ນ: ຫຼີກລ່ຽງອາຫານທີ່ມີຄາເຟອິນ ແລະ ອາຫານທີ່ກ່າວມາຂ້າງຕົ້ນ.

2 ຢຸດທຸກກິດຈະກຳກ່ອນນອນປະມານ 1 – 2 ຊົ່ວໂມງ ເຊັ່ນ: ຢຸດເຮັດວຽກ, ຢຸດກິນ ( 4 – 6 ຊົ່ວໂມງກ່ອນນອນ ), ຢຸດອອກກຳລັງກາຍ ແລະ ອື່ນໆ.

3 ຫາກມີບັນຫານອນບໍ່ຫຼັບຫຼາຍຄືນ ລອງດື່ມນົມອຸ່ນໆຈັກຈອກນ້ອຍໆກ່ອນນອນ ຫຼື ອາບນ້ຳແຊ່ນ້ຳອຸ່ນຈັກ 10 – 15 ນາທີ ເພື່ອໃຫ້ຮ່າງກາຍໄດ້ຜ່ອນຄາຍ.

4 ຜ່ອນຄາຍຄວາມຄຽດທີ່ເກີດຈາກການເຮັດວຽກ ແລະ ເລື່ອງສ່ວນຕົວຕ່າງໆ ດ້ວຍການຟັງເພງສະບາຍໆ ເປີດຄ່ອຍໆ ກ່ອນນອນ ຫຼື ນັ່ງສະມາທິ.

5 ຖ້າລົ້ມຕົວລົງນອນ ຫົວຮອດໝອນ ພະຍາຍາມຂົ່ມຕາໃຫ້ຫຼັບໄປແລ້ວກວ່າ 20 – 30 ນາທີ ແຕ່ຍັງບໍ່ມີທ່າທີວ່າຈະຢາກນອນ ບໍ່ຕ້ອງຝືນ ໃຫ້ລຸກຂຶ້ນມາເຮັດກິດຈະກຳຄ່ອຍໆ ກ່ອນ ເຊັ່ນ: ອ່ານປຶ້ມ, ດື່ມນ້ຳ, ຟັງເພງ ແຕ່ງົດຫຼິ້ນໂທລະສັບມືຖື ແລະ ອຸປະກອນເອເລັກໂຕຣນິກຕ່າງໆ ເພາະແສງສີຟ້າຈະເຮັດໃຫ້ສະໝອງຕື່ນຕົວໄດ້.

ຫາກມີບັນຫານອນບໍ່ຫຼັບຊ້ຳເຮື້ອຈົນກະທົບກັບສຸຂະພາບຮ່າງກາຍໂດຍລວມ ແລະ ສຸຂະພາບຈິດຢ່າງເຫັນໄດ້ຊັດເຈນ ຄວນປຶກສາແພດເພື່ອພິຈາລະນາການປິ່ນປົວຢ່າງຖືກຕ້ອງຕໍ່ໄປ ບໍ່ຄວນຊື້ຢານອນຫຼັບຮັບປະທານເອງໂດຍເດັດຂາດ.

ທີ່ມາ: https://www.sanook.com/health/30105/?utm_source=grf-eng&utm