“ ແກງຂົ້ວຫອຍຈູບ ” ສູດແກງກະທິລົດຊາດເຂັ້ມຂຸ້ນ ກິ່ນຫອມຊວນຊີມ

580

ເມນູແກງຂົ້ວສ່ວນໃຫຍ່ແມ່ນຈະເປັນຈຳພວກແກງຂົ້ວຊີ້ນໝູ ຫຼື ຊີ້ນໄກ່ ແຕ່ມື້ນີ້ຜູ້ຂຽນຈະເອົາສູດແກງຂົ້ວຫອຍຈູບມາສູ່ທຸກຄົນໄດ້ໄປລອງເຮັດກິນເບິ່ງ ເຊິ່ງໃນສູດນີ້ເຮົາຈະໃສ່ຫອຍຈູບລົງໄປຕົ້ມກັບກະທິ ຂົ້ວພິກແກງ ໃສ່ໃບນາງເລີດ ແລະ ຜັກຂະ ບອກເລີຍວ່າແຊບຫອມກະທິ.

May be an image of food

ສ່ວນປະສົມ ແລະ ວັດຖຸດິບ

ຫອຍຈູບລວກສຸກ 500 ກຣາມ ( ເອົາແຕ່ຫົວຫອຍ )

ພິກແກງ 2 ບ່ວງແກງ

ກະທິ 2 ຖ້ວຍ

ນ້ຳປາ

ນ້ຳຕານປິ໊ບ

ໃບນາງເລີດຊອຍ 50 ກຣາມ

ຜັກຂະ 50 ກຣາມ

ໃບຂີ້ຫູດຈີກ

ນ້ຳມັນພືດ

ວິທີເຮັດແກງຂົ້ວຫອຍຈູບ

May be an image of food and indoor

1 ຄ້າງໝໍ້ໃສ່ນ້ຳມັນໃຊ້ໄຟກາງ ພໍໝໍ້ຮ້ອນໃຫ້ໃສ່ພິກແກງລົງໄປຂົ້ວໃຫ້ຫອມ, ຈາກນັ້ນກໍໃສ່ກະທິລົງໄປຂ້ຽວຈົນແຕກມັນ.

2 ໃສ່ຫອຍຈູບລົງໄປ ພໍໝໍ້ຟົດກໍປຸງລົດຊາດດ້ວຍນ້ຳປາ ແລະ ນ້ຳຕານປິ໊ບ ຊີມລົດຊາດ.

ຈາກນັ້ນກໍໃສ່ໃບນາງເລີດ, ຜັກຂະ ແລະ ໃບຂີ້ຫູດທີ່ກຽມໄວ້ນັ້ນລົງໄປຄົນໃຫ້ຜັກຍຸບກໍຍົກໝໍ້ອອກຕັກໃສ່ຖ້ວຍພ້ອມເສີບໄດ້ເລີຍ.

ທີ່ມາ: https://cooking.kapook.com/view228254.html