ຕິດເຊື້ອໂຄວິດໃນຊຸມຊົນມື້ນີ້ 120 ກໍລະນີ ຈາກທັງໝົດ 204 ຄົນ

1119

ສປປ ລາວ ພົບກໍລະນີຕິດເຊື້ອໃຫມ່ 204 ຄົນ; ໃນນີ້ເປັນກໍລະນີໃນຊຸມຊົນພາຍໃນ 120 ຄົນ ຫຼາຍກວ່າໝູ່ແມ່ນແຂວງຈຳປາສັກ 38 ຄົນ ຮອງມາແມ່ນ ຫຼວງພະບາງ 34 ຄົນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈຳວັນທີ 11 ກັນຍາ ວ່າ ວັນທີ 10 ກັນຍາ 2021 ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 4.440 ຄົນ ຜົນກວດພົບຜູ້ຕິດເຊື້ອໃໝ່ 204 ຄົນ.

ໃນນີ້ຕິດເຊື້ອໃນຊຸມຊົນ 120 ຄົນ ເປັນຜູ້ສໍາຜັດໃກ້ຊິດນໍາຜູ້ຕິດເຊື້ອທີ່ຜ່ານມາ ຄື: ນະຄອນຫຼວງວຽງຈັນ 2 ຄົນ, ບໍ່ແກ້ວ 8 ຄົນ, ຫຼວງພະບາງ 34 ຄົນ, ຄໍາມ່ວນ 24 ຄົນ, ສາລະວັນ 1 ຄົນ, ສະຫວັນນະເຂດ 13 ຄົນ, ຈໍາປາສັກ 38 ຄົນ

ນອກຈາກນີ້, ມີກໍລະນີນໍເຂົ້າ 84 ຄົນ, ຈາກ ສະຫວັນນະເຂດ 54 ຄົນ, ຈໍາປາສັກ 12 ຄົນ, ຄໍາມ່ວນ 9 ຄົນ, ນະຄອນຫຼວງວຽງຈັນ 4 ຄົນ, ຫຼວງພະບາງ 3 ຄົນ ແລະ ສາລະວັນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.