10 ກັນຍາ ລາວ ພົບຕິດເຊື້ອໂຄວິດ 194 ຄົນ, ຊຸມຊົນ 86 ຄົນ ໃນນັ້ນຈຳປາສັກສູງເຖິງ 45 ຄົນ

563

ສປປລາວ ພົບກໍລະນີຕິດເຊື້ອໃຫມ່່ 194 ຄົນ; ໃນນິີເປັນກໍລະນີໃນຊຸມຊົນພາຍໃນ 86 ຄົນ ຫຼາຍກວ່າໝູ່ແມ່ນແຂວງຈຳປາສັກ 45 ຄົນ ຮອງມາແມ່ນ ຄໍາມ່ວນ 26 ຄົນ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 10 ກັນຍາ 2021 ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ ວ່າ

ໃນວັນທີ 10 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດ-19 194 ຄົນ, ກໍລະນີນໍາເຂົ້າ ມີ 108 ຄົນ ຈາກ ສະຫວັນນະເຂດ 72 ຄົນ, ຈໍາປາສັກ 15 ຄົນ, ຄໍາມ່ວນ 12 ຄົນ, ບໍລິຄໍາໄຊ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ, ແລະ ສາລະວັນ 1 ຄົນ ແລະ ໃນຊຸມຊົນ 86 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ

ຈຳປາສັກ 45 ຄົນ, ຄໍາມ່ວນ 26 ຄົນ, ບໍ່ແກ້ວ 6 ຄົນ, ສະຫວັນນະເຂດ 4 ຄົນ, ນະຄອນຫຼວງວຽງຈັນ 1 ຄົນ, ສາລະວັນ 1 ຄົນ, ແຂວງວຽງຈັນ 1 ຄົນ, ຫຼວງນ້ຳທາ 1 ຄົນ ແລະ ໄຊສົມບູນ 1 ຄົນ ຈາກບ້ານພູຄຳ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.936 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.093 ຄົນ.

ສຳລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ