ຫຼິ້ນໂທລະສັບມືຖືດົນໆ ສ່ຽງ “ ຕາບອດ ” ໄດ້ ຫຼື ບໍ່?

585

ຫຼາຍຄົນອາດຮູ້ດີວ່າແສງສີຟ້າຈາກໜ້າຈໍອຸປະກອນເອເລັກໂຕຣນິກເຊັ່ນໂທລະສັບມືຖື, ແທັບເລັດ ແລະ ຄອມພິວເຕີ ສົ່ງຜົນເສຍຕໍ່ໜ່ວຍຕາ ຈຶ່ງຄວນຫຼຸດການໃຊ້ເວລາເບິ່ງໜ້າຈໍໃນແຕ່ລະມື້ ແຕ່ຖ້າເບິ່ງໜ້າຈໍຫຼາຍໆຈະມີອັນຕະລາຍເຖິງຂັ້ນ “ ຕາບອດ ” ໄດ້ເລີຍ ຫຼື ບໍ່?.

ຫຼິ້ນໂທລະສັບມືຖືດົນໆ ສ່ຽງ “ ຕາບອດ ” ໄດ້ ຫຼື ບໍ່?

May be an image of one or more people, screen, phone and indoor

ແສງສີຟ້າຈາກໜ້າຈໍອຸປະກອນເອເລັກໂຕຣນິກບໍ່ໄດ້ທຳລາຍສຸຂະພາບຕາຂອງເຮົາຈົນເຖິງຂັ້ນຕາບອດໄດ້ ດວງຕາເວັນມີລັງສີຢູວີຫຼາຍປະເພດ ທັງ UVA, UVB ແລະ UVC ໂດຍ UVC ຈະຖືກໂອໂຊນຂອງໂລກເປັນຕົວປ້ອງກັນໄວ້ ສ່ວນ UVA ແລະ UVB ນັ້ນຈະທະລຸເຂົ້າມາພາຍໃນໂລກເຮົາໄດ້ ແຕ່ໂອກາດທີ່ຈະເຂົ້າໄປທຳລາຍຈໍປະສາດຕາໄດ້ນັ້ນມີໜ້ອຍຫຼາຍ ເນື່ອງຈາກລັງສີ UVA ແລະ UVB ຈະຖືກດູດກືນແສງໄວ້ 99% ແລະ ຕົກໄປຮອດຈໍປະສາດຕາພຽງ 1% ເທົ່ານັ້ນ ເຊິ່ງບໍ່ມີລັງສີເຫຼົ່ານີ້ອອກມາຈາກໜ້າຈໍອຸປະກອນເອເລັກໂຕຣນິກແຕ່ຢ່າງໃດ.

ໜ້າຈໍໂທລະສັບມືຖື, ແທັບເລັດ ແລະ ຄອມພິວເຕີ ເປັນແສງສີຟ້າ ( Blue Light ) ທີ່ມີຄວາມຍາວຂອງຄື້ນສັ້ນຢູ່ທີ່ 380 – 500 ນາໂມແມັດ ເຮັດໃຫ້ມີການກະຈາຍຕົວຂອງແສງສີໄດ້ຫຼາຍ ຈຶ່ງເຮັດໃຫ້ມີອາການປວດຕາ, ສາຍຕາລ້າໄດ້ງ່າຍ ແຕ່ບໍ່ມີອັນຕະລາຍເຖິງຂັ້ນຕາບອດ.

ປະໂຫຍດຂອງແສງສີຟ້າ

ແນວໃດກໍຕາມ, ແສງສີຟ້າຈາກໜ້າຈໍອຸປະກອນເອເລັກໂຕຣນິກບໍ່ໄດ້ມີແຕ່ໂທດເທົ່ານັ້ນ ຍັງມີປະໂຫຍດຢູ່ນຳ ຖ້າຫາກນຳມາໃຊ້ຢ່າງຖືກວິທີ ເພາະການໃຊ້ແສງສີຟ້າອາດມີຜົນຕໍ່ລະບົບການນອນ ແລະ ການຕື່ນຂອງຮ່າງກາຍໄດ້ ໂດຍແສງສີຟ້າສາມາດກະຕຸ້ນໃຫ້ຮ່າງກາຍມີການຕື່ນຕົວໄດ້ນັ້ນເອງ, ດັ່ງນັ້ນຫາກໃຊ້ແສງສີຟ້າໃນໄລຍະທີ່ເໝາະສົມ ອາດເຮັດໃຫ້ເຮົາຕື່ນຕົວໄດ້ ໃນຂະນະດຽວກັນຫາກເຮົາຕ້ອງການຄວາມສະຫງົບ, ຜ່ອນຄາຍ ກໍບໍ່ຄວນໃຫ້ຈ້ອງເບິ່ງໄປທີ່ແສງສີຟ້ານັ້ນເອງ.

May be an image of one or more people, phone and outdoors

ແສງສີຟ້າບໍ່ໄດ້ມີພຽງໜ້າຈໍອຸປະກອນເອເລັກໂຕຣນິກ ເຊັ່ນ: ໂທລະສັບມືຖື, ແທັບເລັດ ຫຼື ຄອມພິວເຕີເທົ່ານັ້ນ ແຕ່ຍັງສາມາດພົບໄດ້ທົ່ວໄປຈາກແສງຕາເວັນ ແລະ ຈາກຫຼອດໄຟພາຍໃນບ້ານ ແລະ ທົ່ວໄປ ແຕ່ແສງສີຟ້າບໍ່ໄດ້ເຮັດໃຫ້ຜູ້ໃຊ້ຕາບອດແຕ່ຢ່າງໃດ.
ແສງສີຟ້າບໍ່ໄດ້ເຮັດໃຫ້ຈໍປະສາດຕາເສື່ອມ ຫຼື ຈໍປະສາດຕາຫຼຸດລ້ອກ.

ທີ່ເຄີຍມີບາງຄົນກ່າວໄວ້ວ່າ: ການໃຊ້ໂທລະສັບມືຖືໃນບ່ອນມືດຈະເຮັດໃຫ້ເກີດຈໍປະສາດຕາເສື່ອມ ຫຼື ຈໍປະສາດຕາຫຼຸດລ້ອກນັ້ນ ບໍ່ເປັນຕວາມຈິງ ເນື່ອງດ້ວຍຈາກງານວິໄຈທີ່ໜ້້າເຊື່ອຖື ຍັງບໍ່ພົບຄວາມສຳພັນຂອງແສງສີຟ້າກັບການເກີດພະຍາດຈໍປະສາດຕາເສື່ອມຢ່າງຊັດເຈນ ເພາະພະຍາດນີ້ເປັນພະຍາດທີ່ເກີດຂຶ້ນຈາກຫຼາຍປັດໄຈ ບໍ່ແມ່ນແຕ່ແສງສີຟ້າພຽງຢ່າງດຽວເທົ່ານັ້ນ.

ສະຫຼຸບຄືການໃຊ້ວຽກຄອມພິວເຕີ ແລະ ໂທລະສັບມືຖືໃນບ່ອນມືດ ບໍ່ໄດ້ເຮັດໃຫ້ຕາບອດ ແຕ່ຈະເຮັດໃຫ້ເກີດ ຄວາມບໍ່ສະບາຍຕາຫຼາຍກວ່າການຫຼິ້ນຂະນະທີ່ເປີດໄຟ ເພາະຈະຕ້ອງຈ້ອງຫຼາຍກວ່າປົກກະຕິ ແລະ ມີແສງສະທ້ອນເຂົ້າຕາຫຼາຍກວ່າປົກກະຕິ ເຮັດໃຫ້ເກີດຄວາມບໍ່ສະບາຍຕາ ເຮັດໃຫ້ຕາເມື່ອຍລ້າຫຼາຍຂຶ້ນ ອາການຈາກອຸປະກອນເຫຼົ່ານີ້ຈະເປັນອາການພຽງຊົ່ວຄາວເທົ່ານັ້ນ ເມື່ອພັກ ແລະ ຢຸດໃຊ້ງານໄປກໍຈະກັບມາເປັນປົກກະຕິຄືເກົ່າ.

ທີ່ມາ: https://www.sanook.com/health/30173/?utm_source