7 ກັນຍາ ພົບກໍລະນີຕິດເຊື້ອໃຫມ່ 307 ຄົນ, ຊຸມຊົນ 86 ຄົນ

263

ສປປລາວ ພົບກໍລະນີຕິດເຊື້ອໃຫມ່່ 307 ຄົນ; ໃນນິີ້ເປັນກໍລະນີໃນຊຸມຊົນພາຍໃນ 86 ຄົນ ຫຼາຍກວ່າໝູ່ແມ່ນແຂວງຄໍາມ່ວນ 29 ຄົນ ຮອງມາແມ່ນ ຮອງລົງມາແມ່ນແຂວງ ສະຫວັນນະເຂດ 26 ຄົນ, ບໍ່ແກ້ວ 13 ຄົນ, ຈໍາປາສັກ 10 ຄົນ, ສາລະວັນ 4 ຄົນ, ຫຼວງນໍ້າທາ 2 ຄົນ, ນະຄອນຫຼວງວຽງຈັນ 1 ຄົນ ແລະ ຫຼວງພະບາງ 1 ຄົນ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ໍາວັນ ວັນທີ 7 ກັນຍາ 2021 ວ່າ ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 4.159 ຄົນ ຜົນກວດພົບຜູ້ຕິດເຊື້ອໃໝ່ 307 ຄົນ.

ໃນນີ້ຕິດເຊື້ອໃນຊຸມຊົນ 86 ຄົນ ເປັນຜູ້ສໍາຜັດໃກ້ຊິດນໍາຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍເຂົ້າ ມີ 221 ຄົນ ຈາກ ສະຫວັນນະເຂດ 195 ຄົນ, ຈໍາປາສັກ 14 ຄົນ ,ສາລະວັນ 10 ຄົນ ແລະ ຄໍາມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ພວກເຮົາມີຕົວເລກຕິດເຊື້ອສະສົມທັງໝົດ 16.365 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ກໍາລັງປິ່ນປົວທັງໝົດ 5.019 ຄົນ

ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງຫມົດ 221.935.770 (381.713 ໃຫມ່), ເສຍຊິວິດທັງຫມົດ 4.587.847 (6.240 ໃຫມ່), ປິ່ນປົວຫາຍດີ 198.527.247 (473.152 ໃຫມ່).
ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າຫມູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ.

ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ປະເທດໄທ ມີຜູ້ຕິດເຊື້ອ 13,988 ແລະ ເສຍຊີວິດໃນມື້ດຽວ 187 ຄົນ, ຮອງ ລົງມາ ແມ່ນ ຫວຽດນາມມີລາຍງານຜູ້ຕິດເຊື້ອໃຫມ່ປະຈໍາວັນ 12,481 ຄົນ ແລະ ເສຍຊີວິດໃນມື້ດຽວ 311 ຄົນ.