ພາວະ “ ເກັດເລືອດຕ່ຳ ” ຄືຫຍັງ ປິ່ນປົວແນວໃດ?

876

ພາວະເກັດເລືອດຕ່ຳ ຄືພາວະທີ່ເລືອດມີຈຳນວນຂອງເກັດເລືອດໜ້ອຍກວ່າປົກກະຕິບໍ່ນັບວ່າເປັນພະຍາດ ແຕ່ເປັນພາວະທີ່ເກີດຈາກພະຍາດ ຄວນຕ້ອງກວດຫາສາເຫດຂອງການເກີດພາວະດັ່ງກ່າວກ່ອນເຮັດການປິ່ນປົວ.

No photo description available.

ອາການເກັດເລືອດຕ່ຳ

ອາການເກັດເລືອດຕ່ຳ ສັງເກດໄດ້ຈາກການທີ່ຄົນເຈັບມີເລືອດອອກງ່າຍ ແລະ ຫ້າມເລືອດໄດ້ຍາກກວ່າປົກກະຕິ ມັກພົບຕາມເຍື່ອບຸຕ່າງໆ ເຊັ່ນ: ເລືອດອອກຕາມວ່າງແຂ້ວ, ເລືອດດັງອອກ ລວມທັງມີຈຸດຈ້ຳເລືອດກ້ອງຊັ້ນຜິວໜັງ ຫຼື ຮອຍຊ້ຳຂຽວຕື້ນໆ ເຖິງແມ່ນຈະບໍ່ມີຮອຍກະທົບກະເທືອນ.

ສາເຫດຂອງເກັດເລືອດຕ່ຳ

ພະຍາດທີ່ມີຄວາມຜິດປົກກະຕິຂອງໄຂກະດູກ ໄດ້ແກ່:

1 ກຸ່ມພະຍາດໄຂກະດູກຝໍ່ ທັງເປັນຕັ້ງແຕ່ກຳເນີດ, ເປັນພາຍຫຼັງ ຫຼື ເປັນໃນຜູ້ອາຍຸສູງ, ເກີດຈາກການສຳຜັດສານເຄ ມີ, ຢາຂ້າແມງໄມ້ ຫຼື ຕິດເຊື້ອໄວຣັສບາງຊະນິດ, ກຸ່ມພະຍາດທີ່ມີຄວາມຜິດປົກກະຕິໃນໄຂກະດູກ ເຊັ່ນມະເຮັງເມັດເລືອດຂາວ.

2 ສາເຫດອື່ນໆທີ່ເຮັດໃຫ້ໄຂກະດູກສ້າງເກັດເລືອດໄດ້ຫຼຸດລົງ ເຊັ່ນ: ຜົນຂອງຢາບາງຊະນິດ ແລະ ການຕິດເຊື້ອໄວຣັສ.

ເກັດເລືອດຖືກທຳລາຍ ຫຼື ໃຊ້ເກັດເລືອດຫຼາຍກວ່າປົກກະຕິ ໄດ້ແກ່:

No photo description available.

ເກັດເລືອດຖືກພູມຄຸ້ມກັນທຳລາຍເມື່ອຮ່າງກາຍຕິດເຊື້ອໄວຣັສ ຫຼື ໄດ້ຮັບວັກແຊັງ.

ພະຍາດຄວາມຜິດປົກກະຕິຂອງລະບົບພູມຄຸ້ມກັນ.

ເກັດເລືອດຖືກໃຊ້ເພື່ອການຢຸດເລືອດຈາກການທີ່ມີເລືອດອອກຮຸນແຮງ ຫຼື ເມື່ອຮ່າງກາຍເກີດການຕິດເຊື້ອຢ່າງຮຸນແຮງ.

ເນື້ອງອກຫຼອດເລືອດບາງຊະນິດ ໂດຍພົບກ້ອນສີແດງຊ້ຳຮ່ວມນຳ.

ຄຳແນະນຳຈາກແພດ ເພື່ອປິ່ນປົວພະຍາດເກັດເລືອດຕ່ຳ

ຖ້າຫາກພົບອາການຂອງພາວະເກັດເລືອດຕ່ຳ ຄວນຮີບໄປພົບແພດເພື່ອກວດ ບົ່ງມະຕິຫາສາເຫດຂອງພະຍາດ ແລະ ເຂົ້າຮັບການປິ່ນປົວຢ່າງຖືກຕ້ອງ.ທີ່ມາ: https://www.sanook.com/health/30269/