ຍັງບໍ່ອະນຸຍາດໃຫ້ສັກວັກຊິນເຂັມ 3 ຫາກຝືນຕ້ອງຮັບຜິດຊອບເອງຖ້າເກີດບັນຫາເກີດຂຶ້ນ

657

ສໍາລັບການແຜ່ລະບາດຂອງໂຄວິດ-19 ໃນສປປ ລາວ ແມ່ນຍັງມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະວັນ ເຊິ່ງມາຮອດປັດຈຸບັນມີຜູ້ຕິດເຊື້ອສະສົມສູງເຖິງ 15.605 ຄົນ ທົ່ວປະເທດ ແລະ ຍັງມີຍອດເພີ່ມຂຶ້ນອີກເລື້ອຍໆ ດັ່ງນັ້ນ, ຄະນະສະເພາະກິດຈິ່ງເລັ່ງໃຫ້ສັກວັກຊິນ ເພື່ອສ້າງພູມຄູ້ມກັນໃຫ້ໄດ້ຫຼາຍທີ່ສຸດ.


ແນວໃດກໍ່ຕາມ ກ່ຽວກັບການສັກວັກຊິນ ຫຼາຍຄົນແມ່ນໄດ້ສັກຄົບໂດສຕາມທີ່ກຳນົດໄວ້ແລ້ວ ແຕ່ໄລຍະຫຼັງໆມານີ້ຈະມາກະແສຂ່າວແວ່ວໆເຖິງການສັກເຂັມທີ3 ຕໍ່ຂ່າວການສັກເຂັມທີ3 ວັນທີ 3 ກັນຍາ 2021 ນີ້ທ່ານ ດຣ ສີສະຫວາດ ສຸດທານິລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານວ່າ: ມາຮອດປັດຈຸບັນ ສປປລາວ ໄດ້ສັກຢາວັກຊີນ ເຂັ້ມທີ 1 ໄປແລ້ວ ໄດ້ 2.529.903 (ອັດຕາປົກຄຸມ 34.48%) ແລະ ທຸກເຂັມທີ່ແນະນໍາ 1.824.260 (ອັດຕາປົກຄຸມ 24.86 %.


ພ້ອມນີ້ ທ່ານຍັງໄດ້ກ່າວກ່ຽວກັບການສັກວັກຊິນເຂັມ 3 ວ່າ: ດັ່ງທີ່ເຮົາຮູ້ກັນດີວ່າ ການສັກວັກຊິນຕ້ານໂຄວິດ-19 ຍັງແມ່ນເປັນວິທີທີ່ດີໃນການສ້າງພູມຄຸ້ມກັນ ແລະ ສາມາດຫຼຸດຜ່ອນຄວາມຮຸນແຮງ ເມື່ອໄດ້ຕິດເຊື້ອພະຍາດໂຄວິດ-19 ແລະ ຈະບໍ່ອະນຸຍາດໃຫ້ສັກວັກຊິນຊະນິດຕ່າງໆປົນກັນ ພ້ອມທັງບໍ່ອະນຸຍາດໃຫ້ສັກເຂັມທີ 3 ແຕ່ຖ້າຫາກບຸກຄົນໃດຫາກມີການລະເມີດຕໍ່ຄຳສັ່ງດັ່ງກ່າວ ກໍລະນີຫາກເກີດມີບັນຫາຕາມມາ ແມ່ນຜູ້ກ່ຽວຈະຕ້ອງຮັບຜິດຊອບທັງໝົດ ຕາມລະບຽບການຕ່າງໆ.


ທັງນີ້ ຕາມແຜນການແລ້ວລັດຖະບານຈະໃຫ້ອັດຕາການສັກວັກຊິນບັນລຸ 50% ຂອງພົນລະເມືອງກຸ່ມເປົ້າໝາຍພາຍໃນປີ 2021 ນີ້, ຖ້າຫາກຜູ້ໃດຍັງບໍ່ທັນໄດ້ຮັບວັກຊິນໃຫ້ຕື່ນຕົວໄປສັກຢູ່ຕາມຈຸດບໍລິການຕ່າງໆໃນຂອບເຂດທົ່ວປະເທດ, ສ່ວນຜູ້ທີ່ສົນໃຈກ່ຽວກັບເຂັມທີ3 ກໍ່ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດໄປກ່ອນ ແລະທີ່ສຳຄັນຕ້ອງໃຫ້ວັກຊິນເຂົ້າເຖິງພີ່ນ້ອງຮ່ວມຊາດຂອງເຮົາໃຫ້ຫຼາຍທີ່ສຸດ ເນື່ອງຈາກມາຮອດຕອນນີ້ຍັງມີອີກຫຼາຍລ້ານຄົນທີ່ບໍ່ທັນໄດ້ສັກວັກຊິນເທື່ອ.