ປະກາດຍົກຍ້າຍ, ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາບັນຊາ ຢູ່ກອງບັນຊາການ ປກສ ແຂວງຄຳມ່ວນ ຫຼາຍຕຳແໜ່ງ

6352

ໃນວັນທີ 1 ກັນຍາ 2021 ຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງຄຳມ່ວນໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາບັນຊາຂອງກອງບັນຊາການ ປກສ ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ພົຕ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄຳມ່ວນ, ບັນດາຄະນະພັກ – ຄະນະບັນຊາ ແລະ ແຂກຖືກເຊີນເຂົ້າຮ່ວມ.


ໃນພິທີ ທ່ານ ພັອ ຄອນສະຫວັນ ສົມພະໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງ ປກສ ໄດ້ຂື້ນຜ່ານ ຂໍ້ຕົກລົງ ລັດຖະມົນຕີກະຊວງ ປກສ ວ່າດ້ວຍການຍົກຍ້າຍ, ແຕ່ງຕັ້ງ ນາຍຕຳຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງຄຳມ່ວນ ລາຍລະອຽດມີດັ່ງນີ້:

ຍົກຍ້າຍ ທ່ານ ພັທ ສຸວັດ ເທບສົມບັດ ຈາກກອງບັນຊາການ ປກສ ແຂວງຄຳມ່ວນ ໄປຮັບໜ້າທີ່ໄໝ່ຢູ່ ວິທະຍາຄານ ສັນຕິບານປະຊາຊົນ, ຍົກຍ້າຍ ທ່ານ ພັທ ສຸລິພົນ ສົມບັດຖາວອນ ຈາກກອງບັນຊາການ ປກສ ແຂວງຄຳມ່ວນ ໄປຮັບໜ້າທີ່ໄໝ່ຢູ່ ກົມໃຫຍ່ຕຳຫຼວດ, ຍົກຍ້າຍ ທ່ານ ພັທ ບຸນເສີມ ພົມມະຈັນ ຈາກກອງບັນຊາການ ປກສ ແຂວງຄຳມ່ວນ ໄປຮັບໜ້າທີ່ໄໝ່ຢູ່ ກົມໃຫຍ່ສັນຕິບານ.

ພ້ອມນີ້ໄດ້ແຕ່ງຕັ້ງ ທ່ານ ພັອ ບຸນປະດິດ ວົງພູທອນ ຈາກວິທະຍາຄານສັນຕິບານປະຊາຊົນ ເປັນຮອງກອງບັນຊາການປກສ ແຂວງຄຳມ່ວນ ຄວບຕຳແໜ່ງຫົວໜ້າຫ້ອງສັນຕິບານ, ທ່ານ ພັທ ຈັນໄຊ ນັນທະວົງ ຈາກ ກົມໃຫຍ່ການເມືອງ ເປັນຮອງກອງບັນຊາການປກສ ແຂວງຄຳມ່ວນ ຄວບຕຳແໜ່ງຫົວໜ້າຫ້ອງການເມືອງ, ແຕ່ງຕັ້ງ ທ່ານ ພັທ ຄຳຮຸ່ງ ອາລຸນສັກ ຈາກຫ້ອງການກອງບັນຊາການ ເປັນຮອງກອງບັນຊາການປກສ ແຂວງຄຳມ່ວນ ຄວບຕຳແໜ່ງຫົວໜ້າຫ້ອງຕຳຫຼວດ, ທ່ານ ພັທ ວໍລະຈິດ ດວງລາຕີ ຈາກ ຄ້າຍຄຸມຂັງ-ດັດສ້າງ ເປັນຫົວໜ້າຫ້ອງການກອງບັນຊາການປກສ ແຂວງຄຳມ່ວນ, ທ່ານ ພັທ ພູນສຸກ ໄຊສົມບັດ ຈາກ ປກສ ເມືອງ ນາກາຍ ເປັນຮອງຫົວໜ້າຫ້ອງສັນຕິບານ, ທ່ານ ພັທ ວົງກົງໃຈ ໜັ້ນບຸນເພັງ ຈາກ ຫ້ອງພະລາທິການ ເປັນຮອງຫົວໜ້າຫ້ອງຕຳຫຼວດ.

ທ່ານ ພັທ ພອນສີ ຫຼຽນທອງໄຊ ເປັນຮອງຫົວໜ້າຫ້ອງຕຳຫຼວດ, ທ່ານ ພັທ ວົງມາໄຊສີຈັນ ຈາກ ປກສ ເມືອງ ບົວລະພາ ເປັນຮອງຫົວໜ້າຫ້ອງພະລາທິການ, ທ່ານ ພັທ ອຸດສາ ແກ້ວໂພໄຊ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງ ຫີນບູນ, ທ່ານ ພັທ ຄຳສາວ ສຸລິໂຍ ຈາກຫ້ອງ ສັນຕິບານ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງ ຫີນບູນ, ທ່ານ ພັທ ບຸນກວ້າງ ຮັ່ງພູສອນ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງ ນາກາຍ, ທ່ານ ພັທ ສີວອນ ພູມະໃສ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄຊບົວທອງ, ທ່ານ ພັທ ບົວລຽນ ແສນສົມຫວັງ ເປັນຫົວໜ້າກອງບັນຊາການ ປກສ ເມືອງ ບົວລະພາ, ທ່ານ ພັຕ ບຸດສະດີ ແສງດາວັນ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງ ບົວລະພາ, ທ່ານ ພັທ ພູໂຂງ ຂຸນໂນລາດ ຈາກຫ້ອງຕຳຫຼວດ ເປັນຮອງບໍລິສັດຮັກສາຄວາມປອດໄພ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໃວ້ຄືເກົ່າ.

ໂອກາດດຽວກັນນີ້, ທ່ານ ພົນຕີ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະກອງບັນຊາການ ພ້ອມດ້ວຍນາຍຕໍາຫຼວດທີ່ຢູ່ພາຍໃນກຳລັງ ປກສ ແຂວງຄໍາມ່ວນ ທີ່ສາມາດເຮັດສຳເລັດໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມນັ້ນຍັງໄດ້ເນັ້ນໃຫ້ຄະນະພັກ, ຄະນະກອງບັນຊາການ ໂດຍສະເພາະກໍແມ່ນສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີພາຍໃນໝູ່ຄະນະໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ພ້ອມທັງເປັນແບບຢ່າງນຳໜ້າໃຫ້ແກ່ພະນັກງານ-ນັກຮົບພາຍໃນກຳລັງ ແລະ ສືບຕໍ່ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ພະນັກງານ-ນັກຮົບ ຢ່າງເນື່ອງນິດລຽນຕິດ ເພື່ອຮັບປະກັນໃຫ້ແກ່ນາຍຕໍາຫຼວດ, ມີຄວາມສໍານິສໍານານຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການກໍ່ຄືໜ້າທີ່ການເມືອງໃນປະຈຸບັນກໍ່ຄືສະເພາະໜ້າ ແລະ ຍາວນານ, ຕ້ອງສ້າງຄວາມເຂັ້ມແຂງ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະກໍແມ່ນໃນກຳລັງ ປກສ ແຂວງຄໍາມ່ວນ ໃຫ້ເປັນກຳລັງປອດໃສ ເຂັ້ມແຂງໜັກແໜ້ນ ແລະ ທັນສະໄໝເທື່ອລະກ້າວ.

ພາບ – ຂ່າວ : ນີວອນ ( ປກສ ແຂວງ )