ໄທ ເດີນໜ້າຂະຫຍາຍການສົ່ງອອກໝາກໄມ້ໃນຕ່າງປະເທດ ເນັ້ນຊ່ອງທາງ Supermarket ແລະ ອອນລາຍ

441

ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງພານິດ ( ປະເທດໄທ ) ເລັ່ງຜັກດັນການສົ່ງອອກໝາກໄມ້ໄທໃນຕ່າງປະເທດ ເພື່ອຊ່ວຍເຫຼືອການກະເສດ ໂດຍໄດ້ສັ່ງການໃຫ້ກົມສົ່ງເສີມການຄ້າລະຫວ່າງປະເທດ ໂດຍສຳນັກງານສົ່ງເສີມການຄ້າໃນຕ່າງປະເທດທີ່ວຽງຈັນ ຈັດກິດຈະກຳໂຄງການສົ່ງເສີມຜູ້ປະກອບການສິນຄ້າອາຫານ, ເຂົ້າ, ໝາກໄມ້ໃນ ສປປ ລາວ ຮ່ວມກັບຊຸບເປີມາເກັດ ລິມປິງ ( Thai Food and Fruit Festival 2021 ) ລະຫວ່າງ ວັນທີ 27 – 29 ສິງຫາ 2021 ເຊິ່ງສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ວຽງຈັນ ຮ່ວມກັບຊຸບເປີມາເກັດ ລິມປິງ ທີ່ເປັນຊຸບເປີມາເກັດຂອງໄທ ທີ່ເຂົ້າມາລົງທຶນໃນ ສປປ ລາວ ໄດ້ຄັດສັນສິນຄ້າໄທ ເພື່ອຈັດໂປຣໂມຊັນຫຼາຍກວ່າ 30 ລາຍການ ໄດ້ແກ່ໝາກໄມ້ຕາມລະດູ ເຊັ່ນ: ໝາກເງາະ, ມັງຄຸດ, ລຳໄຍ, ທຸລຽນ, ເຂົ້າ ແລະ ສິນຄ້າອາຫານ ເພື່ອໃຫ້ຜູ້ບໍລິໂພກໃນ ສປປ ລາວ ແລະ ຄົນຕ່າງປະເທດທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ໄດ້ຈັບຈ່າຍ ແລະ ບໍລິໂພກ.

อาจเป็นรูปภาพของ 3 คน, ผู้คนกำลังยืน และสถานที่ในร่ม

ການຈັດງານດັ່ງກ່າວຍັງມີກິດຈະກຳອື່ນໆທີ່ໜ້າສົນໃຈ ໄດ້ແກ່: ກິດຈະກຳສາທິດການປຸງແຕ່ງອາຫານຈາກຮ້ານອາຫານໄທ ທີ່ໄດ້ຮັບກາສັນຍາລັກ Thai Select ເພື່ອເຜີຍແຜ່ເມນູອາຫານໄທ ທີ່ມີຄວາມສົດ ສະອາດ ແຊບ ການຈັດ Workshop ຕ່າງໆ ເຊັ່ນ: ການຮ້ອຍມາໄລ, ການແກະສະຫຼັກ ລວມທັງການບໍລິການຮັບປຸງແຕ່ງອາຫານໃຫ້ຟຣີ ເມື່ອຊື້ສິນຄ້າອາຫານສົດພາຍໃນງານ. ນອກຈາກນີ້, ຍັງໄດ້ເພີ່ມຮູບແບບການຈັດງານຜ່ານທາງອອນລາຍ ໂດຍມີການ Live ສົດ ເພື່ອນຳສະເໜີສິນຄ້າ ແລະ ຂາຍສິນຄ້າຜ່ານຊ່ອງທາງອອນລາຍ ເພື່ອໃຫ້ເຂົ້າເຖິງກຸ່ມຜູ້ບໍລິໂພກທີ່ຫຼາຍຂຶ້ນ.

อาจเป็นรูปภาพของ 3 คน, ผู้คนกำลังยืน และสถานที่ในร่ม

อาจเป็นรูปภาพของ ผลไม้

ການຈັດງານ Thai Food and Fruit 2021 ແມ່ນເປັນປີທີ 2 ຕອບສະໜອງຕໍ່ນະໂຍບາຍຂອງ ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງພານິດ ທີ່ຕ້ອງການໃຫ້ທູດພານິດ ໃນຖານະຕົວແທນການຄ້າຂອງປະເທດຈັບຄູ່ທຸລະກິດກັບຕົວແທນການຄ້າຂອງແຂວງ ໂດຍຄັດເລືອກສິນຄ້າໃນທ້ອງຖິ່ນ ຜ່ານການຈັດງານ In-Store Promotion ເຊິ່ງຈາກການຈັດງານຢ່າງຕໍ່ເນື່ອງເປັນປີທີ 2 ເຮັດໃຫ້ຄົນລາວ ແລະ ຄົນຕ່າງປະເທດໃນນະຄອນຫຼວງວຽງຈັນ ໄດ້ຮູ້ຈັກສິນຄ້າເຂົ້າ, ອາຫານ ແລະ ໝາກໄມ້ໄທຫຼາຍຂຶ້ນ ແລະ ໃນປີນີ້ໄດ້ເນັ້ນຢໍ້າແຄມເປນ ເຊື່ອໝັ້ນສິນຄ້າອາຫານໄທ ປອດໂຄວິດ – 19 ຫຼື Thailand Delivers with Safety ເພື່ອໃຫ້ຜູ້ບໍລິໂພກໝັ້ນໃຈໃນຄຸນນະພາບຂອງສິນຄ້າໄທ ຕັ້ງແຕ່ຂະບວນການຜະລິດຈົນເຖິງມືຜູ້ບໍລິໂພກ.