ການປູກຕົ້ນໄມ້-ດອກໄມ້ປະດັບ ກໍເປັນອີກຫນຶ່ງກິດຈະກຳທີ່ຫລາຍຄົນນິຍົມຊົມຊອບ ເພາະນອກຈາກຈະສ້າງຄວາມສວຍງາມແລ້ວ ຍັງເປັນມິດຕໍ່ສຸຂະພາບ: ຊ່ວຍໃຫ້ຜ່ອນຄາຍສະບາຍຕາ,ຊ່ວຍຟອກອາກາດ,ເຮັດໃຫ້ຈິດໃຈເບີກບານສົດຊື່ນ. ພ້ອມດຽວກັນ, ກໍຍັງມີໄມ້ປະດັບຫລາຍຊະນິດທີ່ມາພ້ອມກັບຄວາມເຊື່ອທີ່ວ່າ ຫາກປູກໄວ້ແລ້ວຈະນຳມາເຊິ່ງຄວາມເປັນສິຣິມຸງຄຸນ ອັນໄດ້ແກ່:
1 ຕົ້ນສະເຫນຈັນແດງ: ເປັນພືດມະຫານິຍົມ, ເສີມບາລະມີ, ໂຊກລາບ, ເຮັດໃຫ້ຄົນນິຍົມຊົມຊອບ, ເງິນຄຳໄຫລມາເທມາ.
2 ຕົ້ນມະຫາເຮັງ: ເປັນພືດມຸງຄຸນທີ່ປູກຮັບໂຊກໃນໄລຍະຕົ້ນປີ, ເພິ່ນນິຍົມມອບເປັນຂອງຂວັນໃຫ້ແກ່ກັນໃນໂອກາດຕ່າງໆ.
3 ຕົ້ນກວັກມໍລະກົດ: ເປັນພືດເສີມດວງຄ້າຂາຍ, ເສີມຄວາມສວຍງາມ.
4 ຕົ້ນເງິນ: ເປັນພືດມຸງຄຸນຮຽກເງິນຕາມຊື່, ຊ່ວຍສົ່ງເສີມເລື່ອງການເງິນ.
5 ຕົ້ນເສດຖີນຳໂຊກ: ຊ່ວຍເສີມສົ່ງທາງດ້ານຄ້າຂາຍຫງາຍມື.
6 ຕົ້ນເສດຖີກ້ານທອງ: ເປັນວ້ານເມດຕາມະຫານິຍົມ, ຖ້າຕົ້ນໃດອອກດອກ ເຈົ້າຂອງກໍຈະໂຊກຫມານ
7 ຕົ້ນໄຜ່ກວນອິນ: ຊ່ວຍເສີຍຮວງຈຸ້ຍ, ຊ່ວຍໃຫ້ຄ້ຳຄູນພູນສຸກ.
ປ.ລ ເປັນຄວາມເຊື່ອສະເພາະກຸ່ມຄົນ.
ຈາກ: ກິນທີ່ນີ້, ທ່ຽວທີ່ນີ້(乐在老挝)