ຄວາມເປັນມາຂອງງານດອງ

116

ຄຳວ່າ ແຕ່ງດອງ ແມ່ນການຈັດແຈງແຕ່ງພິທີບາສີສູ່ຂວັນໃຫ້ແກ່ຜູ້ບ່າວ ແລະ ຜູ້ສາວ ທີ່ມີຄວາມຮັກມັກກັນມາດົນແລ້ວໃຫ້ເປັນຜົວເປັນເມຍກັນ ແລະ ຢູ່ຮ່ວມກັນຕາມຮີດຄອງປະເພນີ.
ຄວາມເປັນມາຂອງງານດອງ ບໍ່ວ່າສະໄໝເກົ່າກໍຄືສະໄໝນີ້ ຖ້າວ່າບ່າວ ແລະ ສາວ ມີຄວາມຮັກມັກກັນ ຝ່າຍຊາຍຈະເປັນຜູ້ໄປສູ່ຂໍຝ່າຍຍິງ ເມື່ອພໍ່ແມ່ເຖົ້າແກ່ຫາກຕົກລົງເຫັນດີ ກໍຊອກນັດມື້ໝາຍຍາມຊອກວັນດີປີຄູ່. ເມື່ອຮອດມື້ນັດໝາຍແລ້ວ ພໍ່ແມ່ເຖົ້າແກ່ຍາດຕິພີ່ນ້ອງໝູ່ເພື່ອນ ກໍແຫ່ເອົາເຂີຍເມືອເຮືອນເຈົ້າສາວເພື່ອເຮັດພິທີສູ່ຂວັນໃຫ້ເປັນຜົວເມຍກັນ ໂດຍມີການກຽມເຄື່ອງຂັນໝາກຂັນພູ ເພື່ອເປັນເຄື່ອງສູ່ຂໍສາວ ແລະ ກະກຽມພາຂວັນກັບເຄື່ອງປະກອບພິທີ.
ການແຕ່ງດອງທີ່ຖືກຕ້ອງຕາມຮີດຄອງປະເພນີດັ້ງເດີມຂອງລາວມີຂັ້ນຕອນດັ່ງນີ້:

– ຂັ້ນຕອນຊອກຫາຄູ່ຄອງ: ການຊອກຫາຄູ່ຄອງແມ່ນການຊອກຫາຜູ້ສາວ ຫຼື ຜູ້ບ່າວທີ່ຈະມາເປັນຜົວ ຫຼື ເມຍ. ອີງຕາມປະເພນີລາວຜູ້ຊາຍໄປຊອກຫາແມ່ຍິງ. ສະໄໝບູຮານການເລືອກຄູ່ຄອງ ສ່ວນຫຼາຍແມ່ນພໍ່ແມ່ເປັນຜູ້ຕັດສິນ ເຖິງວ່າຜູ້ບ່າວຈະເລືອກໄດ້ຜູ້ສາວທີ່ຕົນຮັກກໍຕາມ ແຕ່ພໍ່ແມ່ບໍ່ເຫັນດີ ຍ້ອນເຫດຜົນຢ່າງໃດໜຶ່ງພໍ່ແມ່ຈະບໍ່ໃຫ້ເອົາ ແລະ ລູກກໍຕ້ອງຟັງຄວາມພໍ່ແມ່. ໃນສະໄໝບູຮານນິຍົມເລືອກເອົາຄູ່ຄອງ ຕ້ອງເປັນຜູ້ດຸໝັ່ນຂະຫຍັນພຽນ, ມີຄວາມບໍລິສຸດ, ຮູ້ຈັກທຳມາຫາກິນ ຮັກພີ່ນ້ອງລຸງຕາເຊັ່ນ ຜູ້ຊາຍຮູ້ເຮັດໄຮ່ເຮັດນາ, ຮູ້ສານກະບຸງກະຕ່າ ສາມາດເປັນພໍ່ເຮືອນໄດ້. ສ່ວນແມ່ຍິງຕ້ອງຮູ້ຈັກເຮັດທູບເຮັດຝ້າຍ, ຕ່ຳຫູກທໍໄໝ, ຕໍາເຂົ້າເອົາຟືນ ສາມາດເປັນແມ່ສີເຮືອນໄດ້.

– ຂັ້ນຕອນສູ່ຂໍ: ການສູ່ຂໍແມ່ນໜ້າທີ່ຂອງຝ່າຍຊາຍ ໄປຕົກລົງກັບຝ່າຍຍິງ ເຊິ່ງເອີ້ນວ່າໄປຂໍສາວ ຕອນໄປຂໍ ຝ່າຍຊາຍ ຈະມີຂັນໝາກ ການສູ່ຂໍ ເຖົ້າແກ່ທັງສອງຝ່າຍຈະໄດ້ຕົກລົງກັນ ຫຼື ອາດຈະຕໍ່ລອງກັນໃນເລື່ອງສິນສອດ ( ຄ່າດອງ ) ທັງໝົດຕາມຮີດຄອງປະເພນີ ທີ່ທັງສອງຝ່າຍພໍໃຈ ຫຼື ສາມາດຮັບໄດ້. ຕໍ່ມາຈຶ່ງຫາມື້ແຕ່ງດອງ. ສ່ວນຂັນໝາກປະກອບດ້ວຍ: ຂັນຫ້າ, ຄຳໝາກກອກຢາ, ເຫຼົ້າຂາວ.

– ຂັ້ນຕອນແຕ່ງ: ພາຍຫຼັງມີການສູ່ຂໍເປັນທີ່ຮຽບຮ້ອຍແລ້ວ ຮອດມື້ງາມຍາມດີ ກໍຈັດພິທີແຕ່ງດອງ ໃນມື້ແຕ່ງດອງມີພິທີສູ່ຂວັນໃຫ້ບ່າວ – ສາວປ້ອນໄຂ່, ຜູກແຂນ, ອວຍພອນ ແລະ ສົມມາຄາລະວະເຈົ້າໂຄດລຸງຕາ ເຈົ້າໂຄດລຸງຕາສອນໄພ້ສອນເຂີຍ ສຸດທ້າຍແມ່ນການຮັບປະທານອາຫານເພື່ອເປັນສີລິມຸງຄຸນແກ່ຄູ່ບ່າວ – ສາວໃໝ່. ການແຕ່ງດອງຈະໃຫຍ່ ຫຼື ນ້ອຍ ແມ່ນຂຶ້ນກັບຖານະຄອບຄົວ ແຕ່ໂດຍທົ່ວໄປຈະມີລັກສະນະຄ້າຍຄືກັນ ແຕ່ອີງໃສ່ຄວາມເປັນໄປໄດ້ທັງສອງກໍ້າສອງຝ່າຍ ( ພິທີບາສີປະກອບດ້ວຍ: ໝາກເບັງ, ທຽນ, ຝ້າຍຜູກແຂນ, ເຫຼົ້າ, ໄຂ່, ໄກ່ ເປັນຕົ້ນ ).

ໃນງານແຕ່ງດອງ ໂດຍຕາມຮີດຄອງແລ້ວ ພີ່ນ້ອງຈະຊ່ວຍກັນເລື່ອງເຄື່ອງປະກອບໃຫ້ເປັນພິທີງານດອງ ໂດຍສະເພາະແມ່ນອາຫານການກິນ, ເຂົ້າສານ ແລະ ພືດຜັກຕ່າງໆ ໂດຍສະເພາະແມ່ນກະກຽມ: ໝາກໂຕ່ງໂຄ່ງຄຳ, ຄວາຍ, ໄກ່, ງົວ, ໄຂ່, ເຫຼົ້າຂາວ, ເຂົ້າ.
ສ່ວນເງິນ – ຄຳ, ສິນສອດ, ເງິນຫົວໜາມ ( ຄ່ານໍ້ານົມແມ່ ) ແມ່ນຝ່າຍຊາຍເປັນຜູ້ຮັບ. ສ່ວນຂັນໝາກເບັງ, ທຽນ, ຝ້າຍຜູກແຂນ ແມ່ນຝ່າຍເຈົ້າສາວເປັນຜູ້ຮັບຜິດຊອບ. ນອກນັ້ນຍັງມີພີ່ນ້ອງມາຊ່ວຍແຕ່ງຢູ່ຄົວກິນໃນງານດອງ.
[ ຂໍ້ມູນຈາກ: ພາເຂົ້າລາວ ]