ລວມຄວາມເຊື່ອຂອງແຕ່ລະປະເທດທີ່ຄວນຮູ້ໄວ້

32

ທຸກປະເທດທຸກຊາດລ້ວນມີຄວາມເຊື່ອທີ່ແຕກຕ່າງກັນ ເນື່ອງຈາກມີວັດທະນະທຳ – ສັງຄົມທີ່ແຕກຕ່າງກັນ, ການເຊື່ອຖື ຫຼື ຄວາມເຊື່ອ ກໍຕ້ອງແຕກຕ່າງກັນ ແຕ່ທັງໝົດນີ້ເຮົາຄວນຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນໄວ້ແມ່ນເປັນການດີ ເພື່ອທີ່ຈະຢູ່ຮ່ວມກັນຢ່າງມີຄວາມສຸກໃນໂລກນີ້.

ຮ່າງຊົງ: ປະເທດແຖບອາຊີໃຕ້, ເກົາຫຼີ, ຍີ່ປຸ່ນ ຫຼື ຈີນ ກໍມີ ຄວາມເຊື່ອທີ່ກ່ຽວກັບຮ່າງຊົງຄືກັນ ເຊັ່ນ: ເມັກຊິກໂກ, ໄຊບີເລຍ, ມົງໂກເລຍ, ສະວິດເຊີເລນ, ຊົນເຜົ່າມາລີ, ເຮຕິ, ແບນຊິກ, ໂມລັອກໂກ, ເນປານ ແລະ ຊູແອັດ ລວມທັງປະເທດທີ່ຈະເລີນແລ້ວຢ່າງ ສະຫະລັດອາເມຣິກາ ກໍມີ ຄວາມເຊື່ອໃນເລື່ອງຂອງຮ່າງຊົງເຊັ່ນກັນ ໂດຍຮ່າງຊົງສ່ວນໃຫຍ່ຈະເປັນຄືສື່ກາງ ທີ່ສາມາດຕິດຕໍ່ກັບສິ່ງສັກສິດ ຫຼືວິນຍານໄດ້ ແລະ ຈະມີພະລັງໃນການຖືຮັກສາ ຢຽວຢາຜູ້ຄົນທາງຮ່າງກາຍ ແລະ ຈິດວິນຍານ ສາມາດທຳນາຍສິ່ງທີ່ຈະເກີດຂຶ້ນໃນອະນາຄົດ.

ເຄື່ອງລາງຂອງຂັງ: ຫຼາຍຄົນນັ້ນສິ່ງທີ່ຂາດບໍ່ໄດ້ເລີຍ ຄືເຄື່ອງລາງ ແລະ ຂອງຂັງ ທີ່ເປັນຄືເຄື່ອງຢຶດໜ່ຽວຈິດໃຈ ການທີ່ຈະເປັນເຄື່ອງລາງຂອງຂັງໄດ້ ຕ້ອງຜ່ານພິທີການປຸກເສກ ການທ່ອງຄາຖາ ຕາມຄວາມເຊື່ອຂອງແຕ່ລະປະເທດ ນອກຈາກການພົກເຄື່ອງລາງຂອງຂັງ ເພື່ອ ຄວາມເປັນສີລິມຸງຄຸນແລ້ວ ກໍຍັງພົກເພື່ອປ້ອງກັນໄພອັນຕະລາຍ.
ການທໍານາຍ ດູດວງ: ສາດນີ້ມີມາຕັ້ງແຕ່ສະໄໝບູຮານ ໂດຍການເບິ່ງຕຳແໜ່ງດວງດາວ ຕຳແໜ່ງດວງຈັນ ດວງອາທິດ ຂ້າງຂຶ້ນຂ້າງແຮມ ແລະ ເລີກງາມຍາມດີຕ່າງໆ ເພື່ອທຳນາຍອະນາຄົດ ຫຼື ສິ່ງທີ່ຈະເກີດຂຶ້ນ ນອກຈາກການທຳນາຍຈາກມື້ເກີດ ຫຼື ຕຳແໜ່ງຂອງດວງດາວແລ້ວ ກໍຍັງມີການທຳນາຍດູດວງຈາກແກ້ວຊາ, ລາຍນິ້ວມື, ໂງ່ເຮັ້ງເທິງໜ້າ, ການໃຊ້ລູກແກ້ວ ໃຊ້ໄພ້ທາໂລ ເພື່ອເປັນສື່ກາງໃນການທຳນາຍເຖິງອະນາຄົດ ເຊິ່ງສາດນີ້ມີກະຈາຍຢູ່ທົ່ວໂລກ.

ການເຮັດຂອງມົນດໍາ: ໄສຍະສາດການເຮັດຂອງ, ການສາບແຊ່ງ ຫຼື ທີ່ຮ້ອງກັນວ່າມົນດຳເຂົ້າມາກ່ຽວຂ້ອງ ໄສຍະສາດເປັນການໃຊ້ພະລັງງານ ຫຼື ເວດມົນ ທາງທີ່ຊົ່ວຮ້າຍ ເພື່ອສ້າງຜົນປະໂຫຍດໃຫ້ແກ່ຕົວເອງ ຄວາມເຊື່ອເລື່ອງມົນດໍາ ເຊັ່ນ: ປະເທດກຳປູເຈຍ, ອິນເດຍ, ຟີລິບປິນຕາມ ຄວາມເຊື່ອຂອງສາສະໜາອິດສະລາມ.
ພະລັງທໍາມະຊາດ: ຄວາມເຊື່ອເລື່ອງພະລັງທຳມະຊາດ ຄືການບູຊາທຳມະຊາດ ເຊື່ອໃນທຳມະຊາດວ່າມີເທບພະເຈົ້າສິງສະຖິດຢູ່ ເຊັ່ນ: ການບູຊາໄຟ ຕາມຄວາມເຊື່ອຂອງຊາວຮິນດູ, ການບູຊາດິນ, ບູຊາຕົ້ນໄມ້ຂອງຊາວລິທົວເນຍ ການນຳສະໝຸນໄພມາເຮັດເຄື່ອງລາງຂອງຂັງ ແລະ ໃຊ້ພະລັງທຳມະຊາດໃນການຖືຮັກສາຂອງຊາວວິກຄາ ຫຼື ແມ່ນກະທັ່ງການບູຊາໂຍນີ ກໍຖືວ່າເປັນການບູຊາພະລັງແຫ່ງທຳມະຊາດເຊັ່ນກັນ ເພາະຖືເປັນການໃຫ້ກຳເນີດຊີວິດ.
[ ທີ່ມາ: ວັດຖຸມຸງຄຸນ ]