ຫ້ອງວ່າການແຂວງ ມອບເຂົ້າສານຈໍານວນ 2 ໂຕນ ໃຫ້ເມືອງບໍລິຄັນ

270

ດ້ວຍຄວາມເປັນຫ່ວງເປັນໄຍຂອງພັກ-ລັດຂັ້ນເທິງ ທີ່ມີຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ເພື່ອເປັນການຊ່ວຍເຫຼືອ-ບັນເທົາທຸກ ຕໍ່ຄອບຄົວທີ່ຍັງຂາດເຂີນ, ໃນວັນທີ 27 ສິງຫາ 2021 ຢູ່ຫ້ອງວ່າການແຂວງ ທ່ານ ສາຍຄໍາ ວົງຄໍາທອງ ຮອງຫົວໜ້າຫ້ອງວ່າການແຂວງ ຕາງໜ້າໃຫ້ການນໍາຂອງແຂວງບໍລິຄໍາໄຊ ໄດ້ມອບເຂົ້າສານ ຈໍານວນ 2 ໂຕນ ໃຫ້ເມືອງບໍລິຄັນ ເພື່ອນໍາໄປຊ່ວຍເຫຼືອຄອບຄົວອານາຖາ.

ຕາງໜ້າຮັບໂດຍ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ມີຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.ໂອກາດນີ້ ທ່ານເຈົ້າເມືອງບໍລິຄັນ ໄດ້ສະແດງຄວາມຂອບໃຈຕໍ່ການນໍາພັກ-ລັດຂັ້ນເທິງ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ເຖິງຄວາມສໍາຄັນ ຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ຈະໄດ້ນໍາເອົາເຂົ້າສານຈໍານວນດັ່ງກ່າວ ໄປຊ່ວຍເຫຼືອຄອບຄົວອານາຖາພາຍໃນເມືອງບໍລິຄັນ ຢ່າງທົ່ວເຖິງ.