ສິ່ງໃໝ່ໃນວົງການສາທາລະນະສຸກ ລາວເຮົາກຳລັງຈະມີໂຮງຫມໍມະຫາວິທະຍາໄລແຫ່ງທໍາອິດຂອງປະເທດ

1001

ເປັນປະກົດການໃໝ່ອີກເລື່ອງ ສຳລັບຂົງເຂດການສຶກສາ ກໍ່ຄືໃນວຽກງານສາທາລະນະສຸກໂດຍສະເພາະໃນຫຼັກສູດທາງດ້ານການແພດ ສຳລັບ ສປປ ລາວ ຜ່ານມາແມ່ນຍັງບໍ່ທັນມີໂຮງໝໍທີ່ເປັນຂອງມະຫາວິທະຍາໄລທີ່ໃຊ້ສຳລັບການຮຽນ, ການສອນ ແລະ ການຄົ້ນຄວ້າຕ່າງໆທີ່ທັນສະໄໝໂດຍສະເພາະເທື່ອ ເຊິ່ງຜ່ານມາກໍ່ຈະໃຊ້ສຳລັບສະເພາະຫ້ອງທົດລອງພາຍໃນໂຮງຮຽນເທົ່ານັ້ນ ແລະ ໃຊ້ບັນດາໂຮງໝໍຕ່າງໆພາຍໃນປະເທດເປັນທີ່ລົງປະຕິບັດງານຂອງນັກສຶກສາແພດ.

ວັນທີ 27 ສິງຫາ 2021 ໄດ້ມີການລາຍງານຈາກສູນຂໍ້ມູນຂ່າວສານການແພດ ຂອງກະຊວງສາທາລະນະສຸກວ່າ: ກະຊວງສາທາລະນະສຸກ ກຽມການກໍ່ສ້າງໂຮງໝໍມະຫາວິທະຍາໄລ ເຊິ່ງຈະໃຫ້ແລ້ວພາຍໃນ 3 ປີຂ້າງໜ້າຄືປີ 2024 ເຊິ່ງເປັນໂຮງໝໍມະຫາວິທະຍາໄລແຫ່ງທຳອິດ ແລະ ທັນສະໄໝໃນ ສປປ ລາວ, ໂຮງໝໍດັ່ງກ່າວຈະເປັນສະຖານທີ່ບໍລິການ ຂັ້ນສູງທີ່ໄດ້ມາດຕະຖານສຳລັບການຮຽນ, ການສອນ, ຄົ້ນຄວ້າຊອກຫາວິທີການໃໝ່ໆໃນການປິ່ນປົວ.

ພ້ອມທັງ ຜະລິດບຸກຄະລາກອນການແພດໃຫ້ມີຄຸນນະພາບເພື່ອອອກຮັບໃຊ້ສັງຄົມກໍຄືຮັບໃຊ້ພໍ່ແມ່ນປະຊາຊົນ ເຊິ່ງບຸກຄະລາກອນທີ່ຈົບອອກມາຈະສະໜອງໃຫ້ສະຖານທີ່ບໍລິການຂັ້ນຕ່າງໆໃນຂອບເຂດທົ່ວປະເທດຄື ໂຮງໝໍແຂວງ, ໂຮງໝໍເມືອງ, ໂຮງໝໍນ້ອຍ ລວມທັງໂຮງໝໍເອກະຊົນ.

ສຳລັບໂຮງໝໍມະຫາວິທະຍາໄລຕັ້ງຢູ່ວິທະຍາເຂດ ດົງໂພສີ ປະກອບດ້ວຍອາຄານຮຽນທາງການແພດ, ອາຄານປິ່ນປົວ 400 ຕຽງ, ອຸປະກອນການແພດ ແລະ ອຸປະກອນການສຶກສາທີ່ທັນສະໄໝ, ການກໍ່ສ້າງ ແມ່ນພາຍໃຕ້ການຊ່ວຍເຫຼືອໃນຮູບແບບໂຄງການເງິນກູ້ຢືມ ດອກເບັ້ຍຕ່ຳຈາກທະນາຄານ EDCF ສ. ເກົາຫຼີ.
ເຊິງຖືວ່າເປັນຂ່າວດີ ເພາະວ່າໂຮງໝໍດັ່ງກ່າວນອກຈາກຈະໃຊ້ສຳລັບການສຶກສາໃນຂົງເຂດທາງດ້ານການແພດແລ້ວ ແມ່ນຈະມີການຮັບໃຊ້ສັງຄົມອີກດ້ວຍ.