ລັດຖະບານອົດສະຕຣາລີ ຊ່ວຍເຫລືອອຸປະກອນກວດເຊື້ອໂຄວິດ ແກ່ ສປປ ລາວ ມູນຄ່າ15ຕື້ກວ່າກີບ

468

ພິທີມອບ-ຮັບອຸປະກອນ ແລະ ເຄື່ອງມືກວດຫາເຊື້ອພະຍາດໂຄວິດ-19 ມູນຄ່າ 15,4ຕື້ກີບ (2.250.000 ໂດລາອົດສະຕຣາລິ) ຈາກລັດຖະບານ ອົດສະຕຣາລີ ຜ່ານ ອົງການອະນາໄມໂລກ (WHO) ໄດ້ຈັດຂຶ້ນທີ່ກະຊວງສາທາລະນະສຸກ ໃນຕອນບ່າຍວັນທີ 26 ສິງຫາ 2021 ເຊິ່ງແມ່ນການຊ່ວຍເຫຼືອເພີ່ມຕື່ມຂອງປະເທດອົດສະຕຣາລີ ຈຳນວນ 111,6 ຕື້ກີບ (16,2 ລ້ານໂດລາອົດສະຕຣາລີ) ໃຫ້ແກ່ ລັດຖະບານລາວ ດ້ານວັກຊີນກັນພະຍາດໂຄວິດ-19.

ເຂົ້າຮ່ວມໃນພິທີຄັ້ງນີ້ ມີ ດຣ. ບຸນແຟງ ພົມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ພໍ ເຄັນລື້, ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ,ທ່ານ ດຣ. ຈຸນ ກາວ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ທ່ານດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ:“ ກະຊວງສາທາລະນະສຸກ ສະແດງຄວາມຂອບໃຈມາຍັງການປະກອບສ່ວນຢ່າງທ່ວງທັນໃນການຕອບໂຕ້ກັບພະຍາດໂຄວິດ-19 ຈາກ ລັດຖະບານອົດສະຕຣາລີ  ໂດຍສະເພາະຕໍ່ກໍລະນີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງໄວວາໃນເດືອນທີ່ຜ່ານມາໂດຍມີການລາຍງານສະສົມທັງໝົດ 13.909 ກໍລະນີ ໃນວັນທີ 25 ສິງຫາ, ປັດຈຸບັນ ກະຊວງສາທາລະນະສຸກ ສາມາດກວດຫາເຊື້ອໄດ້ ໃນເວລາທີ່ສັ້ນຂຶ້ນ ໂດຍສະເພາະໃນບັນດາແຂວງພາກເໜືອ ແລະ ພາກໃຕ້ ຜ່ານການເສີມຂະຫຍາຍ ແລະ ການເເບ່ງຂັ້ນຄຸ້ມຄອງດ້ານການກວດຫາເຊື້ອ ເຊິ່ງຈາກການສະໜັບສະໜູນຂອງທຶນຊ່ວຍເຫຼືອດັ່ງກ່າວນີ້.” ການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໄດ້ຊ່ວຍໃຫ້ປະເທດລາວສາມາດຫຼຸດຜ່ອນເວລາໃນການຂົນສົ່ງ ແລະກວດຫາຕົວຢ່າງໃນຂັ້ນສູນກາງ, ຊ່ວຍໃຫ້ມີການດຳເນີນງານທີ່ໄວຂຶ້ນເພື່ອຫຼຸດຜ່ອນການແຜ່ເຊື້ອ, ໂດຍສະເພາະການພົບຕົວເລກບັນທຶກປະຈໍາວັນທີ່ສູງທີ່ສຸດຈໍານວນ 952 ກໍລະນິຕິດເຊື້ອໃນວັນທີ 25 ສິງຫາ 2021.

ທ່ານ ພໍ ເຄ້ນລີ້ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ກ່າວວ່າ: ປະເທດອົດສະຕຣາລີ ພູມໃຈທີ່ໄດ້ຊ່ວຍເຫຼືອ ລັດຖະບານລາວ ໃນການຕໍ່ສູ້ກັບພະຍາດໂຄວິດ -19. ປະເທດອົດສະຕຣາລີ ມີຄວາມມຸ່ງໝັ້ນທີ່ຈະໃຫ້ການຊ່ວຍເຫຼຶອຫຼາຍກວ່າ 127 ຕື້ກີບ (18,45 ລ້ານໂດລາອົດສະຕຣາລີ) ໃຫ້ປະເທດລາວ ເພື່ອໃຫ້ບໍລິການສັກວັກຊີນທີ່ປອດໄພ ແລະ ມີປະສິດທິພາບ. ໃນສ່ວນໜຶ່ງຂອງການສະໜັບສະໜູນຊຸດນີ້, ອົດສະຕຣາລີ ໃຫ້ການຊ່ວຍເຫຼືອ 15,4 ຕື້ກີບ (2,25 ລ້ານໂດລາອົດສະຕຣາລີ) ໃຫ້ແກ່ລັດຖະບານລາວ ໂດຍຜ່ານ ອົງການອະນາໄມໂລກ ເພື່ອຊ່ວຍໃນການຈັດຊື້ອຸປະກອນ ແລະ ເຄື່ອງມືສໍາລັບກວດຫາເຊື້ອພະຍາດ ໂຄວິດ-19 ແລະ ເສີມສ້າງຄວາມສາມາດໃຫ້ແກ່ຫ້ອງວິເຄາະ, ເພື່ອຊ່ວຍກຽມຄວາມພ້ອມ ແລະ ຕອບໂຕ້ກັບພະຍາດໂດວິດ-19 ຂອງປະເທດລາວ.

ຕັ້ງແຕ່ເລີ່ມມີການແຜ່ລະບາດ, ຄວາມສາມາດໃນການກວດເຊື້ອໃນທົ່ວປະເທດໄດ້ເພີ່ມຂຶ້ນຈາກ 500 ຄົນຕໍ່ມື້ມາເປັນ2.000-3.000 ຕົວຢ່າງຕໍ່ມື້, ໃນເວລາດຽວກັນ, ທຶນຊ່ວຍເຫຼືອດັ່ງກ່າວຍັງຈະຖືກນໍາໃຊ້ເຂົ້າໃນການຕິດຕາມກວດກາຫ້ອງວິເຄາະຢູ່ຂັ້ນແຂວງເພື່ອຮັບປະກັນວ່າຫ້ອງວິເຄາະເຫຼົ່ານັ້ນໄດ້ຕາມມາດຕະຖານຄວາມປອດໄພດ້ານຊີວະພາບ ແລະມາດຕະຖານທາງຄຸນະພາບ.